ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໄດ້ດໍາເນີນກອງປະຊູມທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025 ໃນທົ່ວປະເທດ ທັງ ໝົດ 7 ຈຸດ, ໃນນີ້ ຢູ່ອ້ອມຂ້າງສູນກາງມີ 1 ຈຸດ ເຊິ່ງມີບັນດາກະຊວງ, ອົງການອ້ອມຂ້າງສູນກາງເຂົ້າຮ່ວມ ຈັດຢູ່ໂຮງແຮມ ຮໍລິເດ ອິນ ໃນວັນທີ 16 ມັງກອນ 2025 ມີຜູ້ເຂົ້າຮ່ວມ 163 ທ່ານ ຍິງ 36 ທ່ານ. ສໍາລັບຢູ່ທ້ອງຖິ່ນ ໄດ້ຈັດເປັນ 6 ຈຸດຕາມແຂວງ-ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 16-24 ມັງກອນ 2025 ເຊິ່ງມີຜູ້ເຂົ້າຮ່ວມທັງ ໝົດ 559 ທ່ານ ຍິງ 107 ທ່ານ, ໃນນີ້ ຈັດຢູ່ນະຄອນຫຼວງວຽງຈັນ (ໂຮງແຮມ ຮໍລິເດ ອິນ) ປະກອບມີ 3 ແຂວງຄື: ນະຄອນຫຼວງວຽງຈັນ, ວຽງຈັນ ແລະ ບໍລິຄໍາໄຊ (17 ມັງ ກອນ) ມີຜູ້ເຂົ້າຮ່ວມ 75 ທ່ານ ຍິງ 18 ທ່ານ; ຈັດຢູ່ແຂວງຫຼວງນໍ້າທາ ປະກອບມີ 3 ແຂວງຄື: ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ (23-24 ມັງກອນ) ມີຜູ້ເຂົ້າຮ່ວມ 102 ທ່ານ ຍິງ 19 ທ່ານ; ຈັດຢູ່ແຂວງຫຼວງພະບາງ ປະກອບມີ 3 ແຂວງຄື: ຫຼວງພະບາງ, ໄຊຍະບູລີ ແລະ ອຸດົມໄຊ (23-24 ມັງກອນ) ມີຜູ້ເຂົ້າຮ່ວມ 94 ທ່ານ ຍິງ 18 ທ່ານ; ຈັດຢູ່ແຂວງຊຽງຂວາງ ປະກອບມີ 3 ແຂວງຄື: ຊຽງຂວາງ, ໄຊສົມບູນ ແລະ ຫົວພັນ (16-17 ມັງກອນ) ມີຜູ້ເຂົ້າຮ່ວມ 89 ທ່ານ ຍິງ 14 ທ່ານ; ຈັດຢູ່ແຂວງສະຫວັນນະເຂດ ປະກອບມີ 3 ແຂວງຄື: ສະຫວັນນະເຂດ, ຄໍາມ່ວນ ແລະ ຈໍາປາສັກ (16-17 ມັງ ກອນ) ມີຜູ້ເຂົ້າຮ່ວມ 107 ທ່ານ ຍິງ 22 ທ່ານ; ຈັດຢູ່ແຂວງເຊກອງ ປະກອບມີ 3 ແຂວງຄື: ເຊກອງ, ສາລະວັນ ແລະ ອັດຕະປື (21-22 ມັງກອນ) ມີຜູ້ເຂົ້າຮ່ວມ 92 ທ່ານ ຍິງ 16 ທ່ານ. ລວມທັງໝົດທົ່ວປະເທດ ມີພະນັກງານນໍາພາ-ຄຸ້ມຄອງຂອງບັນ ດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ 722 ທ່ານ, ຍິງ 143 ທ່ານ, ໃນນີ້ ໄດ້ມີຜູ້ປະກອບຄໍາເຫັນ 299 ເທື່ອຄົນ ເປັນຍິງ 57 ເທື່ອຄົນ ທີ່ພົວ ພັນກັບຄໍານໍາ ແລະ 103 ມາດຕາ ຂອງລັດຖະທໍາມະນູນ ເຊິ່ງເປັນຂໍ້ມູນທີ່ເປັນປະ ໂຫຍດໃຫ້ແກ່ການປັບປຸງລັດຖະທໍາມະນູນ.
ກອງປະຊຸມທາບທາມຄຳເຫັນໃສ່ຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025 ທັງ 7 ຈຸດ ດຳເນີນໄປດ້ວຍບັນຍາກາດເຄັ່ງຮ້ອນເລັ່ງດ່ວນ ແລະ ເຕັມໄປດ້ວຍເນື້ອໃນຄວາມໝາຍສຳຄັນ ບວກກັບການມີຄວາມຮັບຜິດຊອບສູງຂອງຜູ້ເຂົ້າຮ່ວມ ທີ່ໄດ້ສຸມສະຕິຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ຖືວ່າເປັນນິຕິກຳສູງສຸດຂອງລັດ ທີ່ເປັນກົດໝາຍພື້ນຖານຂອງຊາດເຮົາ; ໄປພ້ອມກັບການດໍາເນີນກອງປະ ຊຸມທາບທາມຄໍາເຫັນໃນຄັ້ງນີ້ ກໍໄດ້ດໍາເນີນການທາບທາມຄໍາເຫັນທາງກວ້າງຜ່ານພາຫະນະສື່ມວນຊົນ ເຊັ່ນ: ການຖະແຫຼງຂ່າວ, ເວັບໄຊ, ເຟສບຸກ ແລະ ຢູທູບ ເຊິ່ງມີຜູ້ເຂົ້າຊົມຫຼາຍສິບພັນຄັ້ງ. ເຖິງແນວໃດກໍຕາມ, ການທາບທາມຄໍາເຫັນໃສ່ຮ່າງລັດ ຖະທໍາມະນູນຄັ້ງນີ້ ມີເວລາຈໍາກັດ, ເລັ່ງດ່ວນ ຈຶ່ງບໍ່ສາມາດຈັດສົ່ງເອກະສານໃຫ້ຜູ້ເຂົ້າ ຮ່ວມກອງປະຊຸມກ່ອນລ່ວງໜ້າ ເພື່ອມີເວລາໄດ້ອ່ານ, ແຕ່ໂດຍລວມແລ້ວ ຜູ້ເຂົ້າ ຮ່ວມກອງປະຊຸມ ກໍາແໜ້ນຈຸດປະສົງ ແລະ ທັດສະນະຊີ້ນໍາຕໍ່ການປັບປຸງທີ່ນຳມາທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ຈຶ່ງເຮັດໃຫ້ການປະກອບຄໍາເຫັນໄດ້ດີພໍ ສົມຄວນ, ຖືກຕາມຈຸດປະສົງ ແລະ ທັດສະນະຊີ້ນໍາໃນການປັບປຸງລັດຖະທໍາມະນູນ.
ສຳລັບວຽກງານຈຸດສຸມໃນຕໍ່ໜ້າ, ຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາ ມະນູນ ຈະສຸມໃສ່ຈັດຕັ້ງປະຕິບັດແຜນການ, ແຜນດໍາເນີນງານທີ່ໄດ້ກໍານົດໄວ້ແລ້ວ ແລະ ສູ້ຊົນປັບປຸງຮ່າງລັດຖະທໍາມະນູນໃຫ້ສໍາເລັດ ສາມາດນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄຂຂຶ້ນໃນລະຫວ່າງອາ ທິດທີສອງຂອງເດືອນມີນາ 2025 ພິຈາລະນາຮັບຮອງ, ໃນນີ້ ຈະສຸມໃສ່ວຽກງານຮີບດ່ວນຕົ້ນຕໍຄື: 1) ຈັດກອງປະຊູມຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ແລະ ກະກຽມບົດລາຍງານຜົນການທາບທາມຮ່າງລັດຖະທໍາມະນູນ ສະບັບປັບ ປຸງປີ 2025 ຕໍ່ຄະນະປະຈໍາສະພາແຫ່ງຊາດ, ກົມການເມືອງສູນກາງພັກ ແລະ ກອງປະຊູມຄົບຄະນະສູນກາງພັກສະໄໝວິສາມັນ; 2) ຈັດກອງປະຊຸມຮຽບຮຽງ ແລະ ກວດກາເນື້ອໃນຮອບດ້ານຂອງຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025 ໃຫ້ເປັນສະ ບັບສົມບູນ ໃນທ້າຍເດືອນກຸມພານີ້; 3) ກະກຽມບົດອະທິບາຍການປັບປຸງລັດຖະທໍາ ມະນູນ ແລະ ເອກະສານທີ່ກ່ຽວຂ້ອງ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃຫ້ຄົບຖ້ວນ ແລະ ຮັດກຸມ.