ຕອນເຊົ້າຂອງວັນທີ 7 ກຸມພາ 2025 ທີ່ຜ່ານມາ, ທ່ານ ສີສົມພອນ ພະສະຫວັດ ປະທານ ບໍລິສັດ GIANTLAO ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຊ່ວຍເຫຼືອປະເພດເຄື່ອງອຸປະໂພກ (ເຄື່ອງນຸງຮົ່ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນກິລາ) ເຄື່ອງບໍລິໂພກ (ໝີ່, ເຂົ້າໝົ້ມ) ລວມມູນຄ່າ 40 ລ້ານກີບ; ໃຫ້ກຽດຮັບໂດຍ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານຮອງປະທານສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງການ;
ໃນພິທີ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ແລະ ມອບໃບຍ້ອງຍໍໃຫ້ບໍລິສັດ GIANTLAO ທີ່ມີຜົນງານປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສັນລະເສີນຄຸນງາມຄວາມດີນີ້ໄວ້ໃນປື້ມປະຫວັດສາດຂອງສະພາປະຊາຊົນແຂວງ; ເຄື່ອງຈໍານວນດັ່ງກ່າວ ສະພາປະຊາຊົນແຂວງສາລະວັນ ຈະນໍາໄປມອບຕໍ່ໃຫ້ແກ່ນ້ອງນັກຮຽນ ທີ່ຢູ່ໂຮງຮຽນຕ່າງໆ ຂອງເມືອງ ທີ່ຂາດແຄນອຸປະກອນເຂົ້າໃນການຮຽນ-ການສອນ ແນ່ໃສ່ຊຸກຍູ້ສົ່ງເສີມໃຫ້ເດັກເຫັນໄດ້ຄວາມສໍາຄັນຂອງການສຶກສາຮໍ່າຮຽນ;
ມອບເຄື່ອງຊ່ວຍເຫຼືອໃຫ້ ສະພາປະຊາຊົນແຂວງສາລະວັນ
![_MG_0751](https://na.gov.la/wp-content/uploads/2025/02/MG_0751-scaled.jpg)