ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຢູ່ເມືອງວຽງພູຄາ

ກ.ພ. 10, 2025 | ເຂດ 3 ຫຼວງນ້ຳ​ທາ

       ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດຕາມລະດັບຄາດໝາຍ ໃນລະຫວ່າງວັນທີ 6-7 ກຸມພາ 2025  ສະພາປະຊາຊົນແຂວງຫລວງນ້ຳທາ (ສພຂ) ນໍາໂດຍ ທ່ານ ຄຳຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄດ້ລົງພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງ, ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ IX ແລະ ສພຂ ຊຸດທີ II ຢູ່ທີ່ສະໂມສອນເມືອງວຽງພູຄາ, ບ້ານດົງວຽງ ແລະ ບ້ານທົ່ງລາດ ເຂົ້າຮ່ວມຮັບຟັງມີ ການນຳເມືອງ, ພະນັກງານຫລັກແຫລ່ງ, ອໍານາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ນໍາເອົາເນື້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX  ເຜີຍແຜ່ໃຫ້ໄດ້ຮັບຮູ້ເຊື່ອມຊຶມ ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສຳຄັນຂອງປະເທດຊາດຄື: ພິຈາລະນາ, ຮັບຮອງການຈັດຕັ້ງການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024, ຮັບຮອງຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຕາມການລາຍງານຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກຳ ຮອດປີ 2030 ປະກອບມີ 5 ຍຸດທະສາດ 5 ເປົ້າໝາຍ 12 ຄາດໝາຍ 30 ວຽກຈຸດສຸມ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 9 ສະບັບ; ໃນນີ້, ກົດໝາຍ ສ້າງໃໝ່ 2, ປັບປຸງ 7 ສະບັບ.

ແລະໄດ້ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ຊຸດທີII ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງແຂວງຫລາຍບັນຫາເປັນຕົ້ນ: ພິຈາລະນາຮັບຮອງເອົາວຽກງານອົງການປົກຄອງແຂວງປະຈຳປີ 2024 ແລະ ທິດທາງແຜນການປີ 2025; ວຽກງານໄອຍະການ ແລະ ສານປະຊາຊົນແຂວງ; ວຽກງານສະພາປະຊາຊົນແຂວງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ຮັບຮອງເອົາຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາກິລາກາຍຍະກໍາຂອງແຂວງ (ສະບັບປັບປຸງ) ແລະ ຮັບຮອງຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ (ສະບັບປັບປຸງ); ຮັບຮອງເອົາບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນຟື້ນຟູ-ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ເມືອງນາແລ ໄລຍະທີ 1 (2020-2023) ແລະ ແຜນ ການໄລຍະທີ 2 (2025-2028)

ພ້ອມດຽວກັນ ຜູ້ເຂົ້າຮ່ວມຍັງໄດ້ສະເໜີບັນຫາທີ່ພົບຄວາມຫຍຸ້ງຍາກຢູ່ພາຍໃນບ້ານ, ເມືອງ ເພື່ອໃຫ້ສະພາປະຊາຊົນແຂວງ ຊຸກຍູ້ສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ຫາວິທີທາງແກ້ໄຂ ຕາມຄວາມເປັນຈິງ. ; ໂອກາດນີ້ ສະພາປະຊາຊົນແຂວງ ຍັງໄດ້ນໍາເອົາຄອມພິວເຕີຕັ້ງໂຕະ ຈຳນວນ 1 ເຄື່ອງມອບໃຫ້ຜູ້ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ລົດຖີບຈໍານວນ 7 ຄັນ, ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອມອບໃຫ້ນ້ອງນ້ອຍນັກຮຽນທີ່ທຸກຍາກຂາດເຂີນພາຍໃນເມືອງ ແລະ ມອບອຸປະກອນການຮຽນ ມີປື້ມຂຽນ, ບິກ ບັນທັດມອບໃຫ້ນ້ອງນັກຮຽນ ບ້ານທົ່ງລາດ, ບ້ານຫ້ວຍຫົກ.

ພາບຂ່າວ ວັນນີ ແຝງບົວວັນ