(ສພຊ) – ລະຫວ່າງວັນທີ 28-31 ມັງກອນ 2025 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສາກົນເພື່ອຄວາມສົມດຸນຂອງໂລກຄັ້ງທີ 6 (The 6th International Conference for World Balance) ທີ່ນະຄອນຫຼວງລາຮາວານ, ສາທາລະນະລັດກູບາ ໂດຍມີຄະນະຜູ້ແທນ 1,233 ທ່ານ ຈາກ 98 ປະເທດ ທີ່ມາຈາກຫຼາກຫຼາຍຂະແໜງການເຂົ້າຮ່ວມ; ກອງປະຊຸມດັ່ງກ່າວ, ຍັງເປັນການລະນຶກເຖິງວັນຄົບຮອບ 130 ປີ ແຫ່ງການເສຍຊີວິດທີ່ສະໜາມຮົບຂອງທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດ, ຜູ້ເປັນຈິດວິນຍານຫຼັກແຫຼ່ງແຫ່ງເອກະລາດຂອງກູບາ ທັງເປັນນັກປັດຊະຍາຜູ້ຍິ່ງໃຫຍ່ທີ່ມີຜົນງານດ້ານມະນຸດສະທຳ, ເປັນແຮງບັນດານໃຈໃຫ້ເກີດຄວາມພະຍາຍາມທີ່ຈະນຳມາເຊິ່ງການພັດທະນາທີ່ຍືນຍົງ ແລະ ຄວາມຍຸຕິທຳທາງສັງຄົມ.
![](https://na.gov.la/wp-content/uploads/2025/02/6002bf49-bf5e-45de-a890-8ec1bb11cb47.jpeg)
ໃນໄລຍະດຳເນີນກອງປະຊຸມຄັ້ງນີ້, ນອກຈາກກອງປະຊຸມເວທີປຶກສາຫາລືຂອງສະມາຊິກລັດຖະສະພາ, ຍັງມີກອງປະຊຸມປຶກສາຫາລືວຽກງານອື່ນໆເຊັ່ນ: ຊາວໜຸ່ມ, ການອະນຸລັກສິ່ງແວດລ້ອມ, ການສື່ສານມວນຊົນ, ການນຳໃຊ້ປັນຍາປະດິດ, ການຕໍ່ສູ້ເພື່ອສັນຕິພາບ ແລະ ອື່ນໆ.
ກອງປະຊຸມເວທີປຶກສາຫາລືຂອງສະມາຊິກລັດຖະສະພາ, ບັນດາຜູ້ແທນຈາກປະເທດຕ່າງໆ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນໃນໂລກ, ການຊອກຫາວິທີທາງທີ່ມີປະສິດທິພາບໃນການເຮັດວຽກຮ່ວມກັນ ໂດຍອີງໃສ່ຄວາມສາມັກຄີ ແລະ ການຮ່ວມມືສາກົນ ເພື່ອແກ້ໄຂສິ່ງທ້າທາຍທີ່ຮີບດ່ວນທີ່ສຸດໃນປັດຈຸບັນ; ເຄົາລົບຕໍ່ຫຼັກການຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ; ຊຸກຍູ້, ປົກປັກຮັກສາ ແລະ ເສີມຂະຫຍາຍລັດທິຫຼາຍຝ່າຍ; ຄວາມຈຳເປັນໃນການສ້າງລະບຽບໂລກໃໝ່ທີ່ຍຸຕິທຳ ແລະ ເທົ່າທຽມກັນ; ຄວາມສຳຄັນໃນການສົ່ງເສີມ ແລະ ປົກປ້ອງສັນຕິພາບ ແລະ ຄວາມໝັ້ນຄົງ ລວມເຖິງການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ.
ໃນພິທີເປີດກອງປະຊຸມ, ທ່ານ ຈັນທະວົງ ແສນອາມາດມົນຕີ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສ ໂດຍຍົກໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນກໍຄືໃນໂລກ; ສປປລາວ ດຳເນີນນະໂຍບາຍ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນການແກ້ໄຂບັນດາຂໍ້ຂັດແຍ້ງໃນໂລກດ້ວຍສັນຕິວິທີ. ໃນຕອນທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາເສີມຂະຫຍາຍເພີ່ມທະວີບົດບາດດ້ານນິຕິບັນຍັດ, ປັບປຸງກົດໝາຍ, ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ, ຮັບປະກັນຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມໃຫ້ມີການເຂົ້າຮ່ວມຂອງຕົວແທນຊົນເຜົ່າ ແລະ ສາສະໜາ ໃນຂົງເຂດການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທຳ, ສາທາລະນະສຸກ ແລະ ການສຶກສາ.
ໃນກອງປະຊຸມເວທີປຶກສາຫາລືສະມາຊິກລັດຖະສະພາ, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄຳເຫັນກ່າວສະແດງຄວາມເຫັນອົກເຫັນໃຈຕໍ່ ສ.ກູບາ ທີ່ຖືກປິດລ້ອມຂວ້ຳບາດທາງດ້ານເສດຖະກິດມາໄດ້ຫຼາຍທົດສະວັດ ແລະ ປະນາມຕໍ່ການຖືກກ່າວຫາເປັນປະເທດທີ່ສະໜັບສະໜູນການກໍ່ການຮ້າຍແຕ່ຝ່າຍດຽວຂອງສະຫະລັດອາເມລິກາ ເຊິ່ງຂັດກັບກົດໝາຍສາກົນ. ພ້ອມກັນນັ້ນ, ກໍສືບຕໍ່ສະໜັບສະໜູນຂໍ້ຮຽກຮ້ອງຂອງວົງຄະນາຍາດສາກົນ ໃຫ້ຍົກເລີກການຂວໍ້າບາດຕໍ່ ສ.ກູບາ ພ້ອມທັງລຶບລາຍຊື່ປະເທດກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ”ຂອງ ສ.ອາເມລິກາ ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດຕໍ່ບັນດາປະເທດເອກະລາດ.
ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານສະພາແຫ່ງຊາດອຳນາດປະຊາຊົນ ແຫ່ງ ສ.ກູບາ, ພົບປະສອງຝ່າຍກັບທ່ານຮອງປະທານກຳມາທິການການຕ່າງປະເທດ, ເຄື່ອນໄຫວຢູ່ແຂວງອາກເຕມິຊາ ໂດຍໄດ້ເຂົ້າຢ້ຽມຂໍ່ານັບທ່ານເຈົ້າແຂວງ ແລະ ຢ້ຽມຊົມອະນຸສາວະລີວິລະຊົນຂອງແຂວງດັ່ງກ່າວ, ຢ້ຽມຢາມໂຮງຮຽນມິດຕະພາບ ກູບາ-ລາວ ສີທົນ ກົມມະດຳ ແລະ ຢ້ຽມຢາມພື້ນຖານວັດທະນະທຳປະຫວັດສາດຈຳນວນໜຶ່ງ; ນອກຈາກນັ້ນ, ຍັງໄດ້ຢ້ຽມຢາມອະນຸສອນສະຖານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ.
(ກົມພົວພັນລັດຖະສະພາຫຼາຍຝ່າຍ)