(ສພຊ) – ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງກຳປູເຈຍ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 06-07 ກຸມພາ 2025, ຕາມຄຳເຊື້ອເຊີນຂອງພະນະທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ໂດຍມີທ່ານ ຮສ. ປອ. ທອງສະລິດ ມັງໜ່ໍເມກ ເລ ຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໄດ້ວາງພວງມະລາຢູ່ທີ່ອະນຸສາ ວະລີນັກຮົບນິລະນາມ ເຊິ່ງຕິດຕາມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດລາວ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໂດຍພະນະທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະທາງການທັງສອງຝ່າຍ ຢູ່ທີ່ຫໍສະພາແຫ່ງຊາດ.
ການຢ້ຽມຢາມ ສປປລາວ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້, ເປັນການນໍາເອົາໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີງາມ ມາສູ່ປະຊາຊົນລາວ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ພາຍຫຼັງພິທີຮັບຢ່າງເປັນທາງການ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມດ້ວຍຄະນະ ແລະ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະເປັນທາງການທີ່ຫໍສະພາແຫ່ງຊາດ ເພື່ອພ້ອມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນບັນດາບາງທັດສະນະ ທັງພາກພື້ນ ແລະ ສາກົນ.
ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງຕໍ່ການຢ້ຽມ ຢາມ ສປປລາວ ຢ່າງເປັນທາງການເປັນຄັ້ງທຳອິດ ຂອງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນນາມທີ່ເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູ ເຈຍ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ ຫຼວງໃນຫຼາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວ ທີພາກພື້ນ ແລະ ສາກົນ.
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການຄັ້ງທໍາອິດ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາສູງ ແຫ່ງ ຣາຊະອາະອານາຈັກກຳປູເຈຍ ໃນປີ 2024, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນ ຍັດ ກຳປູເຈຍ-ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງສຸດ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ; ບັນດາຂະແໜງການຕ່າງໆຂອງສອງປະເທດ ກໍມີການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍລົງນາມສັນຍາ, ບົດບັນທຶກ ແລະ ນິຕິກໍາຕ່າງໆຮ່ວມ ກັນ ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານ, ການສຶກສາ-ກິລາ, ການທ່ອງທ່ຽວ ແລະ ອື່ນໆ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີງາມ, ສະໜິດສະໜົມ ລະຫວ່າງສອງປະເທດ ກໍຄືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໂດຍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງອົງການນິຕິບັນຍັດ ລາວ-ກຳປູເຈຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນການແລກປ່ຽນຢ້ຽມຢາມຂອງການນຳຂັ້ນຕ່າງໆ ທີ່ຕິດພັນກັບການແລກປ່ຽນບົດຮຽນປະສົບການທີ່ດີໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ; ສອງຝ່າຍໄດ້ສົ່ງສານອວຍພອນ, ສານຊົມເຊີຍ ແລະ ສານຂອບໃຈ ເຊິ່ງກັນແລະກັນ ເນື່ອງໃນໂອກາດສຳຄັນຕ່າງໆຢ່າງເປັນປົກກະຕິ; ພ້ອມທັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນເວທີກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ. ສອງຝ່າຍໄດ້ເປັນເອກະພາບໃນການສືບຕໍ່ເສີມຂະຫຍາຍການຮ່ວມມືທີ່ມີມູນເຊື້ອອັນດີງາມມາເປັນເວລາດົນນານ ເຊິ່ງປະຊາຊົນສອງຊາດໄດ້ຮ່ວມມືຕໍ່ສູ້ເພື່ອເອກະ ລາດແຫ່ງຊາດໃນເມື່ອກ່ອນ ແລະ ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນການຢ້ຽມຢາມ ສປປລາວ ໃນຄັ້ງນີ້, ຕອນບ່າຍຂອງວັນດຽວກັນ ສົມເດັດ ອັກ ຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ຍັງໄດ້ເຂົ້າຢ້ຽມພົບປະກັບພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ; ໃນການພົບ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງປະເທດ ລາວ-ກຳປູເຈຍ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຢ່າງເປັນປົກກະຕິ ເປັນຕົ້ນແມ່ນການຢ້ຽມຢາມ ແລະ ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນຄັ້ງວັນທີ 4 ທັນວາ 2024 ຜ່ານມາ, ເຊິ່ງສອງຝ່າຍໄດ້ຕົກລົງເປັນເອກະພາບກັນໃນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ, ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງສອງປະເທດ, ການຊຸກຍູ້ການຄ້າ-ການລົງທຶນ, ການເຂົ້າ-ອອກຜ່ານແດນ, ການແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ ແລະ ອື່ນໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ.
ໃນການຢ້ຽມ ສປປລາວ ຢ່າງເປັນທາງການຄັ້ງນີ້, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ຍັງໄດ້ຮ່ວມກັບພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປູກຕົ້ນໄມ້ຢູ່ທີ່ຂ້າງອາຄານຫໍສະພາແຫ່ງຊາດລາວ, ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບ ຈັດໂດຍພະນະທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ຢູ່ໂຮງແຮມຮໍລິເດ ອິນ.