ພົບປະແລກປ່ຽນວຽກງານສະພາປະຊາຊົນ 4 ແຂວງພາກໃຕ້

ກ.ພ. 5, 2025 | ເຂດ 17 ອັດ​ຕະ​ປື

ກອງປະຊຸມ ພົບປະແລກປ່ຽນບົດຮຽນວຽກງານສະພາປະຊາຊົນ 4 ແຂວງ ( ແຂວງ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື) ໄດ້ຈັດຂື້ນໃນ ວັນທີ 1 ກຸມພາ 2025, ທີ່ສະໂມສອນແຂວງຈຳປາສັກ (ເປັນເຈົ້າພາບ). ໂດຍການເປັນປະທານຮ່ວມ ຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈຳປາສັກ, ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງເຊກອງ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ,ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານ-ລັດຖະກອນ 4 ແຂວງພາກໃຕ້ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈຳປາສັກ ກ່າວວ່າ: ມື້ນີ້ສະພາປະຊາຊົນແຂວງຈຳປາສັກ, ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານສະພາປະຊາຊົນ 4 ແຂວງພາກໃຕ້,  ພ້ອມກັນນັ້ນກໍ່ສຸດທີ່ມີຄວາມປິຕິຊົມຊື່ນ ແລະ ຍິນດີຕ້ອນຮັບຄະນະນໍາ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຈາກສະພາປະຊາຊົນແຂວງ ທີ່ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ບົດຮຽນ ໃນຄັ້ງນີ້. ເຊິ່ງພວກເຮົາຖືສໍາຄັນ ແລະ ເປັນການຂະຫຍາຍການຮ່ວມມື, ນໍາເອົາບົດຮຽນ, ປະສົບການຕົວຈິງໃນການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ມາແລກປ່ຽນບົດຮຽນເຊິງກັນ ແລະ ກັນ, ໂດຍຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ ເພື່ອພ້ອມກັນຊອກຫາວິທີແກ້ໄຂເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ, ເພື່ອເປັນຂໍ້ມູນອັນສຳຄັນໃຫ້ແກ່ບັນດາແຂວງນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານໃຫ້ເໝາະສົມກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ.

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານ ສະພາປະຊາຊົນແຂວງໃນຄັ້ງນີ້ ແມ່ນກໍານົດເອົາ 3 ຫົວຂໍ້ ເຊັ່ນ: ຫົວຂໍ້ ບົດຮຽນໃນການເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາແຜນງົບປະມານແຫ່ງລັດຂອງແຂວງ (ພາກປົກກະຕິ, ບ້ວງເງິນກອງທຶນທາງ  ແລະ ເງິນເກີນແຜນ);ບົດຮຽນໃນການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ນະຄອນ; ບົດຮຽນໃນການແກ້ໄຂຄຳຮ້ອງຂໍຄວາມເປັນທຳ, ຄຳສະເໜີ ແລະ ບັນຫາສາຍດ່ວນ ທີ່ສະເໜີຜ່ານສະພາປະຊາຊົນແຂວງ.

ຫຼັງຈາກນີ້, ການພົບປະ ຍັງຈະໄດ້ຮ່ວມກັນສືບຕໍ່ສ້າງຂະບວນການກິດຈະກໍາກິລາມິດຕະພາບ ເພື່ອເສີມສ້າງຄວາມສະມັກຄີຮັກແພງລະຫວ່າງ ຄະນະນໍາ ແລະ ພະນັກງານ ວິຊາການ ໃຫ້ມີຄວາມສະໜິດສະໜົມ ແລະ ເຂົ້າໃຈກັນດີຍິ່ງຂື້ນ ໄປຄຽງຄູ່ກັບການ ສົ່ງເສີມສຸຂະພາບ ແລະ ຮ່າງກາຍໃຫ້ແຂງແຮງ ເພື່ອຮັບປະກັນຄວາມພ້ອມໃຫ້ແກ່ພະນັກງານທັງໝົດສາມາດຈັດຕັ້ງປະບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ ຕາມຄາດໝາຍ.

(ວິນັດ ສີສຸລາດ)