(ສພຂ) – ວັນທີ 24-30 ມັງກອນຜ່ານມາ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານ, ພົບປະປະຊາຊົນ ແລະ ເຂົ້າຮ່ວມພິທີເປີດຂົວອູ່ຢູ່ບ້ານສົບຮາວ-ບ້ານໂພນໄຊ ແລະ ງານບຸນປະເພນີປີໃໝ່ຂອງຊົນເຜົ່າໄຕດຳ, ໄຕແດງ ຢູ່ແຂວງຫົວພັນ.
ໃນການເຄື່ອນໄຫວວຽກງານ, ໄດ້ເປີດກອງປະຊຸມຮ່ວມກັບສະພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງ ພ້ອມທັງເປີດກອງປະຊຸມຮ່ວມກັບທ່ານເຈົ້າເມືອງ, ກອງບັນຊາການ ປກສ ເມືອງສົບເບົາ ກ່ຽວກັບວຽກງານຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ; ຈາກນັ້ນ, ກໍເຂົ້າຮ່ວມພິທີເປີດຂົວອູ່ບ້ານໂພນໄຊ, ບ້ານນາກາ ແລະ ຮ່ວມງານບຸນປະເພນີບ້ານໂພນໄຊ, ບ້ານສົບຮາວ. ທ່ານຍັງໄດ້ໄປຢ້ຽມຢາມບ້ານເກີດຂອງຕົນທີ່ບ້ານກົກໄຊ, ງານບຸນປະເພນີຂອງບ້ານສົບມອນ, ບ້ານນາໜອງ, ບ້ານນາຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ ແລະ ຢ້ຽມຢາມ-ພົບປະໂອ້ລົມການນຳ, ພະນັກງານ-ລັດຖະກອນພາຍໃນເມືອງຊຽງຄໍ້ ແລະ ເມືອງແອດ ອີກດ້ວຍ.
ການເຄື່ອນໄຫວຄັ້ງນີ້, ຍັງໄດ້ມອບເງິນສົດເພື່ອສະໜັບສະໜູນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ເມືອງລະ 10 ລ້ານກີບ; ພ້ອມນັ້ນ, ຍັງໄດ້ນຳເອົາອຸປະກອນການຮຽນ-ການສອນ, ອຸປະກອນກິລາ ແລະ ກະຕ່າຂອງຂວັນ ລວມທັງເງິນສົດ ມອບໃຫ້ແກ່ອຳນາດການປົກຄອງບ້ານ, ເມືອງ ເຂົ້າໃນການບໍລິຫານ, ຮັບໃຊ້ວຽກງານລວມ ເປັນມູນຄ່າ 30 ລ້ານກວ່າກີບ.
(ບຸນແພງ ຜຸຍພັກດີ)