ສສຊ ແລະ ສສຂ ສຳເລັດການເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ 4 ເມືອງ.

ກ.ພ. 4, 2025 | ເຂດ 13 ສະ​ຫວັນນະເຂດ

ເພື່ອປະຕິບັດຕາມພາລະບົດບາດ,ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດຕາມລະດັບຄາດໝາຍວາງໄວ້ ສະນັ້ນ,ໃນອາທິດທີ່ຜ່ານມານີ້, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ໄດ້ສຳເລັດໃນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ 4 ເມືອງຄື:  ຄະນະເມືອງວິລະບູລີ ນຳໂດຍທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານຄະນະສະມາຊິກປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະທານສະພາປະຊາຊົນແຂວງ; ຄະນະເມືອງສອງຄອນນຳໂດຍ ທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ;ຄະນະເມືອງໄຊບູລີ ນຳໂດຍ ທ່ານ ນາງບົວໄຂ ເພັງພະຈັນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະຄະນະເມືອງຊົນນະບູລີ ນຳໂດຍທ່ານ ນາງ ໄຊຊົມຊື່ນ ໂພທິສານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ລວມທັງບັນດາທ່ານ ສສຂ ປະຈຳເຂດເລືອກຕັ້ງທັງ 4 ເມືອງ ພ້ອມດ້ວຍ ບັນດາທ່ານກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປກສ-ປກຊ ,ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ ລວມທັງໝົດ 1,128 ຄົນ; ຍິງ 537 ຄົນ.

ໃນການລົງເຄື່ອນໄຫວພົບປະເຜີຍແຜ່ໄດ້ທັງໝົດ13 ຈຸດ ຊຶ່ງໃນແຕ່ລະຈຸດບັນດາທ່ານ ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດໃນການນໍາພາ-ຊີ້ນຳວຽກງານຂອງອຳນາດການປົກຄອງບ້ານໃນແຕ່ຈຸດ, ຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງຊຸດທີ II ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເປັນການເກັບກຳຄຳຄິດ,ຄຳສະເໜີ ຕໍ່ວຽກງານການຄຸ້ມຄອງບໍລິຫານລັດຕື່ມອີກ. ພາຍຫຼັງທີ່ບັນດາທ່ານ ສສຊ, ສສຂ ໄດ້ເຜີຍແຜ່ຜົນສຳເລັດດັ່ງກ່າວແລ້ວ ຍັງໄດ້ເປີດໂອກາດໃຫ້ການນໍາຂອງເມືອງ,ການຈັດຕັ້ງຂັ້ນບ້ານ ກໍ່ຄືປະຊາຊົນພາຍໃນແຕ່ລະກຸ່ມບ້ານໄດ້ຊັກຖາມ ແລະ ມີຄຳສະເໜີຂອງປະຊາຊົນຫຼາຍບັນຫາ ຊຶ່ງເປັນບັນຫາທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງເປັນຕົ້ນແມ່ນ ການສ້ອມແປງຂົວ,ເສັ້ນທາງ, ບັນຫາຊົນລະປະທານ ແລະ ບັນຫາທີ່ດິນ ທັງນີ້ກໍເພື່ອເປັນການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈາກນັ້ນ ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ແລກປ່ຽນຕໍ່ກັບບັນຫາການຊັກຖາມຂອງ ພໍ່ແມ່ປະຊາຊົນເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາຕ່າງໆຕໍ່ກັບສະພາບການອັນລວມ ແລະ ກັບການພັດທະນາ ຂອງປະເທດເຮົາໃນໄລຍະປະຈຸບັນ ພ້ອມທັງຮັບເອົາຄໍາສະເໜີຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄປນຳສະເໜີ ຕໍ່   ຂະແໜງການກ່ຽວຂ້ອງ,ເພື່ອນຳໄປປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂໃນຂັ້ນຕໍ່ໄປ ນອກຈາກນີ້ ສສຊ ແລະ ສສຂ ຍັງໄດ້ມີຄໍາເຫັນຫຼາຍດ້ານຕໍ່ກັບການການພັດທະນາພື້ນຖານໂຄງລ່າງ,ການພັດທະນາທາງດ້ານເສດຖະກິດ,ການແກ້ໄຂບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນການເຄື່ອນໄຫວຄັ້ງນີ້ ສສຊ ແລະ ສສຂ ຍັງໄດ້ມອບອຸປະກອນການຮຽນ,ອຸປະກອນກິລາ ແລະ ເຄື່ອງນຸ່ງຫົ່ມ, ຜ້າຫົມໃຫ້ຈຸດທີ່ລົງເຜີຍແຜ່ຜົນສຳເລັດດັ່ງກ່າວອີກດ້ວຍ.