ວັນທີ 29 – 30 ມັງກອນ 2025 ທ່ານ ສີຄຳ ບຸນມີໄຊ ປະທານ ຄະນະກຳມະການ ວັດທະນາທຳສັງຄົມ ແລະ ບັນດາເຜົ່າ ທັງເປັນ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ລົງເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX  ຢູ່ເມືອງຊ່ອນ ໄດ້ທັງໝົດ 2 ຈຸດ 2 ບ້ານຄື: ບ້ານທົ່ງປໍ ແລະ ບ້ານນຳງ້າວ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 119 ຄົນ, ຍິງ 56 ຄົນ ໃນການລົງເຜີຍແຜ່ຄັ້ງນີ້ ທ່ານໄດ້ນຳເອົາຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເຜີຍແຜ່ໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ບັນດາມະຕິຕ່າງໆທີ່ສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມດັ່ງກ່າວ ພ້ອມທັງຮັບເອົາຄຳຄິດເຫັນຄຳສະເໜີຕ່າງຈາກພໍ່ແມ່ປະຊາຊົນ ເພື່ອນຳໄປປຶກສາຫາລືນຳພາກສ່ວນກ່ຽວຂ້ອງ ພ້ອມກັນຊອກຫາວິທີແກ້ໄຂ ແລະ ຊອກທາງອອກ ໃນການດຳລົງຊີວິດ ໃຫ້ນັບມື້ນັບດີຂຶ້ນ ໂອກາດລົງເຮັດວຽກຄັ້ງນີ້ ທ່ານຍັງໄດ້ນຳເອົາເຄື່ອງ ນຸ່ງຫົ່ມ ແລະ ເຂົ້າສານ ມອບໃຫ້ຄອບຄົວທຸກຍາກ ຢູ່ບ້ານດັ່ງກ່າວ ລວມມູນຄ່າ 2,000,000 ( ສອງລ້ານກີບ )  ພ້ອມທັງເຂົ້າຮ່ວມ ງານສະເຫຼີມສະຫຼອງບຸນປີໃໝ່  ( ບຸນເກີຣ ) ຢູ່ບ້ານ ສາມສຸມ ເມືອງຊ່ອນ ແຂວງຫົວພັນ ຕື່ມອີກ

ພາບ ແລະ ຂ່າວ: ນ. ພັດສະພາ ສຸວັນທອນ