ກອງປະຊຸມໃຫຍ່ຄັ້ງທີ II ກໍາມະບານຮາກຖານ ຄລສ

ກ.ພ. 3, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານຄະນະເລຂາທິການສະພາແຫ່ງຊາດ (ຄລສ) ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 31 ມັງກອນ 2025 ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະປະຈຳພັກ, ເລຂາຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ສະຫາຍ ໂພສີ ເຕັມເມລາດ ຮອງປະ ທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ (ສພຊ), ສະຫາຍ ເປຄໍາ ລໍຄໍາສອນ ຮັກສາການປະທານກໍາມະບານຮາກຖານຄະນະເລຂາທິການສະພາແຫ່ງຊາດ; ມີ​ຜູ້​ແທນ​ສົມບູນ​ ແລະ ບັນດາສະຫາຍຕາງໜ້າຈາກໜ່ວຍກໍາມະບານຮາກຖານອ້ອມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມ​ໄດ້ເປັນເອກະພາບຮັບຮອງ​ເອົາບົດ​ລາຍງານ​ການ​ເມືອງ ເຊິ່ງໄດ້​ຕີ​ລາຄາດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ, ບາງ​ບົດຮຽນ​ທີ່​ຖອດ​ຖອນ​​ໄດ້ ໃນ​ການ​ຊີ້​ນຳ-ນຳພາ ​ແລະ ການຈັດ​ຕັ້ງ​ປະຕິບັດວຽກງານໃນໄລຍະຜ່ານມາ (ປີ 2019-2024) ແລະ ທິດ​ທາງ​ແຜນການ 5 ປີ ນັບ​ແຕ່ປີ 2025-2029; ພ້ອມນັ້ນ, ຜູ້​ແທນ​ກອງ​ປະຊຸມ ​ໄດ້​ພ້ອມກັນ​ໃຊ້​ສິດ​ປະຊາທິປະ​ໄຕປ່ອນ​ບັດ​ຄັດ​ເລືອກ​ເອົາຄະນະກໍາມະບານຮາກຖານຄະນະເລຂາທິ ການສະພາແຫ່ງຊາດຊຸດ​ໃໝ່ ບົນ​ພື້ນຖານຫຼັກການ​ລວມສູນປະຊາທິປະ​ໄຕ, ​ຖືກຕ້ອງ​ສອດ ຄ່ອງ​ກັບມາດຕະຖານ ແລະ ເງື່ອນ​ໄຂທີ່​​ກຳນົດ​ໄວ້ ເຊິ່ງມີຜູ້​ອອກ​ຮັບສະໝັກ​ເລືອກ​ຕັ້ງ 11 ສະ​ຫາຍ ​ແລະ ​ເລືອກ​​ໄດ້ 7 ສະຫາຍ; ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງກໍາມະບານຮາກຖານ ຄລສ ສະ​ໄໝທີ II ໄດ້​ເປັນ​ເອກະ ພາບເລືອກ​ເອົາສະຫາຍ ຂັນທອງ ແພງສີໃຈ ເປັນປະທານ, ສະຫາຍ ໄຊປັນຍາ ພົມວິຫານ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ຂັນທອງ ເພັງລາສີ ເປັນຮອງປະ ທານກວດກາ, ສະຫາຍ ແກ້ວລະກາ ຊ້ອຍໄຊຍະ, ສະຫາຍ ປອ. ຈັນທີ ປັດຊະຍາ, ສະຫາຍ ພົນລາວັນ ວິໄລທອງ ແລະ ສະຫາຍ ຄຳສິງ ທາດາສະຫວັນ ເປັນກຳມະການ.
ສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່​​ຜຜົນງານການເຄື່ອນ​ໄຫວ​ ​ແລະ ການ​ສ້າງ​ຂະ​ບວນການ​ຕ່າງໆ ທີ່​ບັນດາ​ສະຫາຍສະມາ​ຊິກ​ກໍາມະບານໄດ້​ຕັ້ງໜ້າ​ປະກອບສ່ວນ​ຈັດ​ຕັ້ງ​ປະຕິບັດຢ່າງ​ຫ້າວຫັນ ​ຕິດ​ພັນ​ກັບ​ການ​ພັດທະນາວຽກ​ງານວິຊາ​ສະ​ເພາະຂອງຄະນະເລຂາທິການສະພາແຫ່ງຊາດ​ໃນ​ໄລຍະ​ຜ່ານ​ມາ​ ໂດຍ​ສະ​ເເພາະການເປັນ​ເສນາ​ທິການ​ໃຫ້​ແກ່ຄະນະເລຂາທິການ ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ເປັນຕົ້ນວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ, ວຽກງານເລຂານຸການ-ເນື້ອໃນ, ວຽກງານສື່ມວນຊົນ, ວຽກງານບໍລິຫານ-ພິທີການ, ວຽກງານການເງິນ-ງົບປະມານ ແລະ ວຽກງານຄຸ້ມຄອງເຄຫາສະຖານ ​ໄປ​ຄຄຽງຄູ່​ກັບການ​ປະຕິບັດຂໍ້​ແຂ່ງຂັນເນື້ອໃນ 5 ເປັນເຈົ້າ, ຂະ​ບວນການຮັກ​ຊາດ ​ແລະ ພັດທະນາ, ການ​ກໍ່ສ້າງ​ໜ່ວຍ​ພັກໃຫ້​ປອດ​ໃສ ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ; ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກຕໍ່​ຄະນະ ແລະ ສະມາຊິກກໍາມະບານຮາກຖານຄະນະເລຂາທິການສະພາແຫ່ງຊາດ ຕ້ອງໄດ້ເອົາໃຈໃສ່ບຸກບືນ ແລະ ຈັດຕັ້ງປະຕິບັດໜ້າ​ທີ່​ການ​ເມືອງ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.
ກອງປະຊຸມຍັງຮຽກຮ້ອງໃຫ້ຜູ້ແທນທຸກສະຫາຍ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈທັງໝົດຂອງກອງປະຊຸມໃຫຍ່ຄັ້ງທີ II ໂດຍສະເພາະແມ່ນທິດທາງ ແລະ ບັນດາຄາດໝາຍສູ້ຊົນຮອດປີ 2029 ໄປຈັດຕັ້ງປະຕິບັດຜັນຂະຫຍາຍເປັນອັນລະອຽດ ແລະ ເຜີຍແຜ່ໃຫ້ສະມາຊິກກໍາມະບານທຸກ​ສະຫາຍພາຍໃນໜ່ວຍກໍາມະບານ ທີ່ຂຶ້ນກັບກໍາມະບານຮາກຖານຄະນະເລຂາທິການສະພາແຫ່ງຊາດ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ, ປາກົດຜົນເປັນຈິງ ​ແລະ ມີຜົນສຳເລັດຢ່າງຈົບງາມ.
(ນາງ ອາລິນ ສຸພິມມະປະດິດ)