ວັນທີ 28 ມັງກອນ 2025 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ, ທ່ານ ທອງໄມ ມູນບັນດິດ ປະທານສານປະຊາຊົນພາກເໜືອ ພ້ອມຄະນະ ໄດ້ເຂົ້າພົບທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ຄໍາຜົງ ບັນເລືອງ ປະທານສານປະຊາຊົນແຂວງ ພ້ອມດ້ອຍຄະນະເຂົ້າຮ່ວມ. ການພົບປະ ແລະ ເຮັດວຽກຢູ່ແຂວງອຸດົມໄຊຄັ້ງນີ້ທ່ານ ທອງໄມ ມູນບັນດິດ ປະທານສານປະຊາຊົນພາກເໜືອ ໄດ້ກ່າວຈຸດປະສົງການລົງເຄື່ອນໄຫວເຮັດວຽກເຊິ່ງຈະໄດ້ຊຸກຍູ້, ແນະນຳວຽກງານການດຳເນີນພິຈາລະນາແກ້ໄຂຄະດີຂອງສານປະຊາຊົນແຂວງ ແລະ ຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ ໃນໄລຍະ 01 ປີ ຜ່ານມາ ຂອງສານປະຊາຊົນແຂວງອຸດົມໄຊ.
ພ້ອມນັ້ນ, ຍັງຈະໄດ້ພົບປະເຄື່ອນໄຫວນໍາສານເຂດ ຕື່ມອີກ.
ພາບ/ຂ່າວ: ສພຂ.