ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຫລາ.

ກ.ພ. 3, 2025 | ເຂດ 4 ອຸດົມໄຊ

ລະຫວ່າງວັນທີ 22-24 ມັງກອນ 2025 ທ່ານ ນ. ວັນສີ ພວງມ້ໄລ ແລະ ທ່ານ ນ. ໄລວອນ ຈັນທະລາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງຢູ່ເມືອງຫຼາໄດ້ 5 ບ້ານຄື: ບ້ານພູສະຖີ, ປາງສະປັດ, ລາງລີງ, ພູແທນ ແລະ ບ້ານປາງສົມ ມີນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 229 ຄົນ, ຍິງ 119 ຄົນ.
ການລົງເຜີຍແຜ່ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນໂດຍຫຍໍ້ຂອງແຕ່ລະບ້ານ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມ ແລະ ຫລັງຈາກນັ້ນ, ສະມາຊິກສະພາປະຊາຊົນແຂວງ ໄດ້ເຜີຍແຜ່ບົດສັງລວມຫຍໍ້ ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ໂອກາດດັ່ງກ່າວຍັງໄດ້ສະແດງຄວາມຊົມເຊີຍຕໍ່ອົງການການປົກຄອງບ້ານ ໃນການສຸມໃສເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານຂອງຕົນ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ພ້ອມດຽວກັນນັ້ນຍັງໄດ້ໃຫ້ທິດຊີ້ນໍາ, ຊີ້ແຈງບາງຄໍາສະເໜີຕໍ່ປະຊາຊົນ ຕືມອີກ.
ຂ່າວ: ສພຂ.