ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 8

ມ.ກ. 22, 2025 | ເຂດ 12 ຄຳມ່ວນ

    ຕອນເຊົ້າຂອງວັນທີ 23 ມັງກອນ 2025 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານຄະນະປະທານ, ທ່ານເຈົ້າແຂວງຄຳມ່ວນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈາກ 10 ເມືອງ, ເຈົ້າເມືອງ, ບັນດາທ່ານພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
 
   ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທ່ານ ດຣ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ, ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ, ຫົວໜ້າກອງເລຂາກອງປະຊຸມ ໄດ້ຂຶ້ນຜ່ານບົດລາຍງານ ການສັງລວມ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບການພິຈາລະນາ ຮັບຮອງ ບັນຫາສໍາຄັນພື້ນຖານ ຂອງແຂວງ ປະຈໍາປີ 2024 ໂດຍຜ່ານກອງປະຊຸມສາມັນ, ວິສາມັນ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຕາມສິດ ແລະ ໜ້າທີ່ ຂອງຕົນ ໄລຍະໜຶ່ງປິຜ່ານມາ ຊຶ່ງປະກອບມີ 45 ມະຕິ ຄື: ດ້ານເສດຖະກິດສັງຄົມ ຈໍານວນ 23 ມະຕິ ແລະ ດ້ານບຸກຄະລາກອນ ຈໍານວນ 22 ມະຕິ ແຕ່ເນື່ອງຈາກວ່າໃນກອງປະຊຸມສະໄໝສາມັນເທື່ອທີ 7 ຄະນະປະຈໍາສະພາປະຊາຊົນຂັ້ນແຂວງໄດ້ລາຍງານການພິຈາລະນາ ຮັບຮອງ ບັນຫາສໍາຄັນພື້ນຖານ ຂອງແຂວງ ໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 7 ໄປແລ້ວຈໍານວນ 26 ມະຕິ ຊຶ່ງປະກອບມີດ້ານເສດຖະກິດສັງຄົມ 13 ມະຕິ ແລະ ດ້ານບຸກຄະລາກອນ 13 ມະຕິ; ສະນັ້ນ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ນີ້ ຈະໄດ້ຄົ້ນຄວ້າພິຈາລະນາ ຮັບຮອງເອົາ ມະຕິກອງປະຊຸມ ຈໍານວນ 12 ສະບັບໃນນີ້, ມະຕິຮັບຮອງເອົາວຽກງານອົງການປົກຄອງແຂວງ 3 ສະບັບ, ມະຕິຮັບຮອງເອົາວຽກງານອົງການ ກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງຄໍາມ່ວນ 2 ສະບັບ, ວຽກງານ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ຄໍາມ່ວນ 2 ສະບັບ, ມະຕິຮັບຮອງເອົາວຽກງານສະພາປະຊາຊົນແຂວງຄຳມ່ວນ 2 ສະບັບ ແລະ ມະຕິຮັບຮອງເອົາບັນດານິຕິກຳໃຕ້ກົດໝາຍ 3 ສະບັບ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ຈະໄດ້ດໍາເນີນໄປຈົນຮອດວັນທີ 24 ມັງກອນ 2025 ນີ້, ຕິດຕາມການຖ່າຍທອດສົດສຽງຜ່ານລະບົບ FM 95.5 mhz ຂອງແຂວງ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ໄດ້ຈັດຕັ້ງຄະນະຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ໝາຍເລກໂທລະສັບ 051 156 (ໃນໂມງລັດຖະການ) ໂດຍບໍ່ເສຍຄ່າ.