ປະທານ ກສຕສ ພົບປະເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ

ມ.ກ. 18, 2022

       ​(ສພຊ) ວັນທີ 17 ມັງກອນ 2022 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ທ່ານ ລິນ​ຄຳ ດວງ​ສະ​ຫວັນ ປະທານກຳ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ (ກສຕສ) ສະພາແຫ່ງຊາດ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ–ສ.ເກົາຫລີ ໄດ້ພົບປະກັບທ່ານ ອິມມູຮົງ ເອກອັກຄະລັດຖະທູດແຫ່ງ ສ.ເກົາຫລີ ປະຈໍາ ສປປລາວ ໂດຍມີບັນດາຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ ເຊິ່ງການພົບປະຄັ້ງນີ້ ເພື່ອເປັນປຶກສາຫາລືກ່ຽວກັບການຊຸກຍູ້ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສປປລາວ ແລະ ສ.ເກົາຫລີ ກໍຄືລະຫວ່າງສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

       ​ທ່ານປະທານ ກສຕສ ໄດ້ກ່າວສະແດງຄວາມດີໃຈ ແລະ ຕ້ອນຮັບອັນອົບອຸ່ນຕໍ່ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ເຊິ່ງທ່ານ​ໄດ້ໃຫ້ຮູ້ໂດຍ​ຫຍໍ້ກ່ຽວ​ກັບ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າທີ່ ຂອງ​ ກສຕສ ພ້ອມທັງໃຫ້ຮູ້ວ່າ​ຄະ​ນະ​ມິດ​ຕະ​ພາບ​ລັດ​ຖະ​ສະ​ພາລາວ-ສ.​ເກົາຫລີ ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ IX ມີ​ທັງ​ໝົດ 13 ທ່ານ ເຊິ່ງໃນໄລຍະຜ່ານມາເຫັນວ່າການຮ່ວມມືໃນຂະແໜງການຕ່າງໆມີຄວາມຄືບໜ້າ ແລະ ແຕກດອກອອກຜົນ ໂດຍສະເພາະການລົງທຶນຂອງສ.ເກົາຫລີ ຢູ່ ສປປລາວ ກໍມີຄວາມຄືບໜ້າເປັນທີ່ໜ້າພໍໃຈ; ສຳລັບການຊ່ວຍເຫລືອລ້າຈາກ ສ.ເກົາຫລີ ໃນໄລຍະຜ່ານມາມີຫລາຍໂຄງການ ເຊັ່ນ: ການພັດທະນາຊົນນະບົດ, ການພັດທະນາດ້ານການສຶກສາ ແລະ ການພັດທະນາດ້ານສາທາລະນະສຸກ ແລະ ການແລກປ່ຽນ​ທິດທາງແຜນການ​ການ​ພົວພັນ​ຮ່ວມ​ມື ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ເປັນຕົ້ນການ​ແລກປ່ຽນ​ການ​ຢ້ຽມຢາມເຊິ່ງກັນລະກັນໃນແຕ່ລະຂັ້ນ.

       ​ໂອກາດດັ່ງກ່າວ, ທ່ານ ອິມມູຮົງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງທ່ານປະທານ ກສຕສ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອັນດີງາມ ລະຫວ່າງສ.ເກົາຫລີ ແລະ ສປປລາວ ກໍຄືລະຫວ່າງສອງອົງການນິຕິບັນຍັດ.

             (ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)

​