ຮອງປະທານສະພາແຫ່ງຊາດ ເຄ່ື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ ແລະພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຢູ່ແຂວງຈໍາປາສັກ

ກ.ຍ. 12, 2024

ໃນວັນທີ 12 ກັນຍາ 2024 ທີ່ຜ່ານມາ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງເຄ່ືອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ ແລະພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ຢູ່ແຂວງຈໍາປາສັກ ໂດຍການຕ້ອນຮັບຂອງ ທ່ານ ສາຍທອງ ໄຊຍະວົງ ເຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ພ້ອມດ້ວຍບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຕາງໜ້າພະແນກການ-ກົມກອງໃນຂົງເຂດວັດທະນະທໍາ-ສັງຄົມ, ອົງການຈັດຕັ້ງມະຫາຊົນ ແລະ ວິຊາກການທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ.
ຈຸດປະສົງການລົງເຄື່ອນໄຫວຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ກໍ່ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໄລຍະຜ່ານມາ ຕິດພັນກັບການເກັບກໍາຂໍ້ມູນສະພາບການລວມຂອງທ້ອງຖິ່ນກະກຽມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດຊຸດທີ IX ທີ່ຈະມາເຖິງ. ໂດຍການເຄື່ອນໄຫວຂອງທ່ານຮອງປະທານສະພາແຫ່ງຊາດ ໄດ້ເປີດກອງປະຊຸມເຮັດວຽກງານກັບບັນດາພະແນນກການ-ກົມກອງໃນຂົງເຂດວັດທະນະທໍາ-ສັງຄົມຂອງແຂວງຈໍາປາສັກ, ວາລະດໍາເນີນກອງປະຊຸມ ທ່ານ ສາຍທອງ ໄຊຍະວົງ ປະທານສວະພາປະຊາຊົນແຂວງ ຕາງໜ້າໃຫ້ຄະນະນໍາຂອງແຂວງຈໍາຮປາສັກ ໄດ້ມີຄໍາເຫັນກ່າວຕ້ອນຮັບຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຈາກຕາງໜ້າພະແນກສຶກສາທິການ ແລະ ກິລາ, ພະແນກແຮງງານສະຫວັດດີການ-ສັງຄົມ, ພະແນກພາຍໃນ ແລະ ຫຼາຍພາກສ່ວນ ຕາມການເຈາະຈີ້ມຂອງປະທານກອງຊຸມ ເຊິ່ງບັນດາພະແນກການໄດ້ຍົກໃຫ້ເຫັນສະພາບການລວມ, ຂໍສະດວກ, ຂໍ້ຫຍຸ້ງຍາກ, ແລະ ບັນຫາຂໍ້ຄົງຄ້າງບາງດ້ານຂອງການການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໄລຍະຜ່ານມາຢູ່ແຂວງຈໍາປາສັກ ພ້ອມທັງສະເໜີວິທີແກ້ໄຂບັນຫາຂໍ້ຄົງຄ້າງທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອໃຫ້ຂັ້ນເທິງຊ່ວຍພິຈາລະນາ ແລະ ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປັບປຸງແກ້ໄຂ. ເຊິ່ງກອງປະຊຸມຍັງໄດ້ມີການປະກອບຄໍາຄິດເຫັນແລກປ່ຽນບົດຮຽນ
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ສະຫຼຸບຕີລາຄາຄືນຕໍ່ກັບການລາຍງານ ແລະ ການປະກອບຄໍາຄິດເຫັນຂອງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດໄດ້ ພ້ອມທັງເນັ້ນໃຫ້ທຸກພາກຂອງແຂວງຈໍາປາສັກ ເອົາໃຈໃສ່ 4 ວຽກງານແກ້ໄຂບັນຫາການສຶກສາ ຄື: ມອບໃຫ້ຄະນະປະຈໍາພັກແຂວງ ຄົ້ນຄວ້າແບ່ງຄວາມຮັບຜິດຊອບຢ່າງຊັດເຈນພາຍໃນຄະນະປະຈໍາພັກແຂວງ ຊີ້ນໍາຄະນະປະຈໍາພັກເມືອງ ລົງເລິກວຽກງານສຶກສາ ຕິດພັນກັບການສ້າງຂະບວນການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອົາໃຈໃສ່ຄົ້ນຄວ້າຍົກສູງຄຸນນະພາບການຮຽນ-ການສອນ ຂອງຄູ-ອາຈານ ຊັ້ນປະຖົມ, ມັດທະຍົມໃຫ້ດີຂຶ້ນ; 3.ກວດຄືນລະບົບການຈັດຕັ້ງຢູ່ຂັ້ນຮາກຖານ ແລະ ຄົ້ນຄວ້າປະຕິບັດນະໂຍບາຍໃຫ້ແກ່ນັກຮຽນວິຊາຊີບ, ນັກຮຽນຊົນເຜົ່າ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກຮຽນມາຈາກບ່ອນຮ່າງໄກສອດຫຼີກ; ປຸກລະດົມຂົນຂວຍໃຫ້ທຸກພາກສ່ວນຂອງສັງຄົມ ໂດຍສະເພາະພາກສ່ວນທຸລະກິດ ໃຫ້ມີສ່ວນຮ່ວມໃນການປະກອບສ່ວນຊ່ວຍເຫຼືອກຳລັງແຮງໃນທຸກດ້ານ ເພື່ອພັດທະນາພື້ນຖານໂຄງລ່າງຂອງວຽກງານການສຶກສາໃຫ້ມີຄວາມເຂັ້ມແຂງຍິ່ງໆຂື້ນ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)