loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ພົບປະສະມາຊິກສະພາສູງຍີ່ປຸ່ນ

ຕ.ລ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນແລງວັນທີ 21 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳ ມາທິການຍຸຕິທໍາ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ໄດ້ພົບປະກັບທ່ານ ໂຮຊິ ໂຮກຸໂຕະ (HOSHI Hokuto) ສະມາຊິກສະພາສູງແຫ່ງປະເທດຍີ່ ປຸ່ນ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະ ຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຢູ່ ສປປລາວ; ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ຕີລາຄາສູງຕໍ່ການພົບປະຄັ້ງນີ້ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປລາວ ແລະ ຍີ່ປຸ່ນ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເຊິ່ງເຫັນວ່າໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ ກໍນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ວຽກງານຂອງອົງການນິຕິບັນຍັດໃຫ້ກັນ ແລະ ກັນຊາບໂດຍຫຍໍ້ ພ້ອມທັງຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຊິ່ງສອງຝ່າຍມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ນຳກັນເປັນປົກກະຕິ, ສົ່ງສານສະແດງຄວາມຊົມເຊີຍ ແລະ ສານອວຍພອນໃນວັນສຳຄັນຕ່າງໆ, ແລກປ່ຽນຂໍ້ມູນຂ່າວ ສານກ່ຽວກັບການຈັດຕັ້ງປະຕິບັດພາລະບົດ ບາດຂອງອົງການນິຕິບັນຍັດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ເວທີລັດຖະສະພາອາຊີ-ປາຊີຟິກ (APPF), ຄູ່ຮ່ວມເຈລະຈາລັດຖະສະພາອາຊີ-ເອີຣົບ (ASEP), ສະຫະພັນລັດຖະສະພາສາກົນ (IPU) ແລະ ອື່ນໆ. ພິເສດ, ທ່ານ ນາງ ຊຶຈິຢະ ຊິນະໂກະ (TSUCHIYA Shinako) ລັດຖະມົນຕີກະຊວງການຟື້ນຟູ, ປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ສປປລາວ ໃນເດືອນມັງກອນ 2024.
ຕໍ່ກັບທິດທາງ​ການ​ພົວພັນ​ຮ່ວມ​ມືລະຫວ່າງສອງອົງການນິຕິບັນຍັດໃນ​ຕໍ່ໜ້າ ແມ່ນຈະສືບຕໍ່ແລກປ່ຽນການຢ້ຽມຢາມລະຫວ່າງຄະນະຜູ້ແທນຂັ້ນສູງ, ຂັ້ນກໍາມາທິການ ແລະ ຄະນະມິດຕະພາບລັດຖະສະພາ ຢ່າງປົກກະຕິ ທີ່ຕິດພັນກັບການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວ ກັບການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ; ຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິ ສັນຍາ ແລະ ຂໍ້ຕົກລົງທີ່ລັດຖະບານຂອງສອງປະເທດໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳຂຶ້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຂອງຍີ່ປຸ່ນທີ່ມາລົງທຶນຢູ່ ສປປລາວ ໃຫ້ສໍາເລັດຕາມແຜນການ; ຊ່ວຍພັດທະນາຊັບພະຍາກອນມະນຸດແກ່ສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ ຂອງ ສປປລາວ; ຊຸກຍູ້ນັກທຸລະກິດ, ນັກທ່ອງທ່ຽວຍີ່ປຸ່ນ ມາ ສປປລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.
(ນາງ ອາລິນ ສຸພິມມະປະດິດ)