loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜູ້ແທນກອງປະຊຸມໄອປາຄັ້ງທີ 45 ທ່ອງທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ຕ.ລ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 22 ຕຸລາຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມ ດ້ວຍຄະນະ ໄດ້ນໍາພາບັນດາຜູ້ແທນທີ່ຫາກໍສໍາເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ ສປປລາວ ເປັນເຈົ້າພາບ ຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກ. ຄະນະຜູ້ແທນໄດ້ຢ້ຽມຊົມບັນດາປູຊະນີຍະສະຖານ ທີ່ມີປະຫວັດອັນຍາວນານ ແລະ ເປັນທີ່ຮູ້ຈັກກັນດີເຊັ່ນ: ວັດຊຽງທອງ ເຊິ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຂອງຫຼວງພະບາງ, ຄັ້ງໜຶ່ງໃນອະດີດແມ່ນວັດຫຼວງປະຈຳລາຊະວົງລ້ານຊ້າງ, ລາຊະວົງຫຼວງພະບາງ ແລະ ລາຊະວົງລາວ, ສ້າງຂຶ້ນປະມານປີ ຄສ. 1560 ໂດຍສົມເດັດພຣະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ, ຕັ້ງຢູ່ໃກ້ແມ່ນ້ຳຂອງ ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ພາກເໜືອທີ່ງົດງາມຫຼາຍ ຈົນຖືກຂະໜານນາມວ່າ “ອັນຍະມະນີຂອງສິລະປະລ້ານຊ້າງ”.
ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພະບາງ, ຫໍພິພິທະພັນຫຼວງພະບາງ ຫຼື ພະລາຊະວັງເກົ່າ ແລະ ສະຖານທີ່ທ່ອງທ່ຽວທໍາມະຊາດຕວດກວາງຊີ.
(ບຸນເກີດ ວົງໄຊຍາ)