loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານສະພາແຫ່ງຊາດຫວຽດນາມ ເດີນທາງມາເຖິງ ສປປລາວ ເພື່ອຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45

ຕ.ລ. 18, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ສະຫາຍ ເຈິ່ນ ແທັງ ເໝີນ (Trần Thanh Mẫn) ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນຕອນບ່າຍວັນທີ 17 ຕຸລານີ້ ເພື່ອຢ້ຽມຢາມສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະ ຫວ່າງວັນທີ 17-19 ຕຸລາ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ. ອອກຕ້ອນຮັບທີ່ສະໜາມບິນໂດຍສະຫາຍ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ.
ການມາຂອງສະຫາຍ ເຈິ່ນ ແທັງ ເໝີນ ພ້ອມຄະນະໃນຄັ້ງນີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ. ສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຈະມີການພົບປະສອງຝ່າຍ ແລະ ແລກປ່ຽນບົດບັນທຶກ 2 ສະບັບ; ນອກນີ້, ປະທານສະພາແຫ່ງຊາດ ສສ.ຫວຽດນາມ ຈະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະການນໍາ ແລະ ອະດີດການນໍາຂັ້ນສູງຂອງ ສປປລາວ ອີກດ້ວຍ.
ການມາເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45 ຂອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ຍັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ສະພາແຫ່ງຊາດລາວ ໃນການເປັນປະທານໄອປາ ກໍຄືເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຫຼື AIPA-45 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ, ພາບ: ສອນສັກ ວັນວິໄຊ)