loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ເຊື່ອມຊືມບັນດາເອກະສານການປະເມີນລັດຖະກອນ

ຕ.ລ. 16, 2024 | ເຂດ 3 ຫຼວງນ້ຳ​ທາ

          ເພື່ອຮັບປະກັນໃຫ້ການປະເມີນລັດຖະກອນໃຫ້ມີຄຸນນະພາບ ຕອນເຊົ້າວັນທີ 16 ຕຸລາ 2024 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດຕັ້ງເຊື່ອມຊືມເອກະສານການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໂດຍການເປັນປະທານ ຂອງທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ເຂົ້າຮ່ວມມີຄະນະປະຈຳສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 27 ທ່ານ,

ໃນກອງປະຊຸມ ທ່ານ ມີໄຊ ມີວິໄລ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ໄດ້ເຊື່ອມຊຶມກ່ຽວກັບດຳລັດວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເຊີ່ງມີທັງຫມົດ 7 ໝວດ 29ມາດຕາ  ແລະ ຄຳແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ; ທັງນີ້ ກໍເພື່ອກຳນົດຫລັກການ, ລະບຽບການ ເພື່ອເຮັດໃຫ້ວຽກງານດັ່ງກ່າວດຳເນີນຢ່າງເປັນລະບົບ, ຖຶກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຮັບປະກັນຄວາມໂປ່ງໃສ ແລະ ຖຶກຕ້ອງກັບສະພາບຄວາມເປັນຈິງ ແນ່ໃສ່ເຮັດໃຫ້ການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານລັດຖະກອນ ທີ່ສັງກັດອົງການຈັດຕັ້ງພັກ-ລັດ ໃຫ້ມີປະສິດທິພາບ.