loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

         ເນື່ອງໃນໂອກາດ ບຸນອອກພັນສາ ປະວໍລະນາ ປະຈໍາປີ ພສ 2567 ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ທີ່ເຄີຍຈັດຕັ້ງປະຕິບັດກັນມາ ຕາມຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດລາວ ກໍຄືຊາວເມືອງນາແລ ແຂວງຫລວງນ້ຳທາ ໃນວັນທີ 15 ຕຸລາ 2024 ນີ້ສະພາປະຊາຊົນແຂວງຫລວງນ້ຳທາ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ເຂົ້າຮ່ວມ ພິທີເປີດການແຂ່ງຂັນຊ່ວງເຮືອ ບຸນອອກພັນສາ ປະວໍລະນາ ພສ 2567 ທີ່ເມືອງນາແລແຂວງຫລວງນ້ຳທາ; ພ້ອມດຽວກັນ ສະພາປະຊາຊົນແຂວງ ຍັງໄດ້ມອບເງິນຈໍານວນ 2.000.000 ກີບ ເພື່ອຊູກຍູ້ງານບຸນປະເພນີຊ່ວງເຮືອໃນຄັ້ງນີ້,