loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບເງິນສະໜັບໜູນກອງປະຊຸມໄອປາ

ຕ.ລ. 16, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 15 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນສະໜັບສະໜູນການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຈາກບໍລິສັດ ພີທີແອວ ໂຮນດິງ (PTL Holding) 300 ລ້ານກີບ, ສູນການແພດເວດສະພົງ 100 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນ ຈຳກັດ 20 ລ້ານກີບ ໂດຍການກ່າວຮັບຂອງທ່ານ ປອ. ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງກ່າວມອບມີທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການວຽກງານການຄ້າ ແລະ ກົດໝາຍ ຂອງບໍລິສັດ ພີທີແອວ ໂຮນດິງ ຈຳກັດ, ທ່ານ ປອ. ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ຄໍາໄຕ ແກ້ວດວງດີ ຮອງອຳນວຍການກຸ່ມບໍລິສັດ ຕັງຈະເລີນ ຈຳກັດ.

ທ່ານ ປອ. ບຸນທັນ ບຸນວິໄລ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອເປັນການຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳໃນຄັ້ງນີ້.

ແລະໃນວັນທີ 16 ຕຸລານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ກໍໄດ້ຮັບເງິນສະໜັບສະໜູນກອງປະຊຸມໄອປາ 100 ລ້ານກີບ ຈາກເຂດເສດຖະກິດພິເສດ ສະຫວັນ ພາກ (SAVAN Park).

(ນາງ ອາລິນ ສຸພິມມະປະດິດ)