loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສ້າງຄວາມເຂັ້ມແຂງວຽກງານການເງິນ

ສ.ຫ. 31, 2024 | SlideMobile, ຂ່າວເດັ່ນ


(ສພຊ) – ໃນວັນທີ 31 ສິງຫາ01 ກັນຍາ 2024 ກົມການເງິນ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງດ້ານວິຊາການວຽກງານການເງິນ ກ່ຽວກັບລະບຽບການເງິນຂອງລັດ ແລະ ອົງການຈັດ ຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ (ສພຊ) ໃຫ້ແກ່ຜູ້ປະສານງານໂຄງການສະພາປະຊາຊົນຂັ້ນແຂວງ (ສພ) ພາຍໃຕ້ການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ; ມີບັນດາທ່ານຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ (ຜູ້ຊີ້ນຳຄະນະປະສານງານ), ພະນັກງານທີ່ຮັບຜິດຊອບວຽກງານການເງິນ ແລະ ວຽກງານໂຄງການ (ຜູ້ປະສານງານຂອງ ສພຂ), ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງ ສພຊ, ວິທະຍາ ກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 80 ທ່ານ.

ທ່ານ ສິງຄຳ ວົງພະຈັນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ເຊິ່ງມີບາງຕອນວ່າ: ວຽກງານການເງິນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນປັດໄຈຕົ້ນຕໍໃນການຂັບເຄື່ອນໃຫ້ບັນດາແຜນການ, ແຜນງານຂອງສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດເປັນຢ່າງດີຕະຫຼອດມາ; ດັ່ງນັ້ນ, ຈຸດປະສົງຂອງກອງປະຊຸມທີ່ມີຄວາມສໍາຄັນດັ່ງກ່າວນີ້ ແມ່ນເພື່ອເປັນການຍົກສູງພາລະບົດບາດການເປັນເສນາທິການທີ່ດີ, ມີຄຸນນະພາບ ໃຫ້ແກ່ຄະນະນໍາຂອງສະພາແຫ່ງຊາດໃນວຽກງານການເງິນ ຮັບປະກັນການປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບຫຼັກການ ເປັນຕົ້ນ ການຄຸ້ມຄອງນໍາໃຊ້ງົບປະມານລວມຂອງລັດ, ການນໍາໃຊ້ງົບປະມານຂອງອົງການຈັດຕັ້ງສາກົນ, ແຫຼ່ງທຶນຊ່ວຍເຫຼືອລ້າ ຂອງສະພາແຫ່ງຊາດ ລວມໄປເຖິງຂັ້ນຕອນການປະສານງານລະຫວ່າງຜູ້ປະສານງານຂອງສະພາປະຊາຊົນຂັ້ນແຂວງ ແລະ ກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ສະບັບເລກທີ 3797/ກງ, ລົງວັນທີ 24 ພະຈິກ 2023; ຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການກຳນົດໝາຍການໃຊ້ຈ່າຍງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ ສະບັບເລກທີ 200/ກງ, ລົງວັນທີ 25 ມັງກອນ 2023; ຄຳແນະນຳກ່ຽວກັບການປະກອບເອກະສານ ແລະ ກວດກາເອກະສານລາຍຈ່າຍງົບປະມານແຫ່ງລັດ ແລະ ທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ ຢູ່ຄັງເງິນແຫ່ງຊາດ ສະບັບເລກທີ 0866/ ກງ, ລົງວັນທີ 22 ມີນາ 2019; ພາບລວມຂອງການສະໜັບສະໜູນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ພາລະບົດບາດ ແລະ ໜ້າທີ່ຂອງພະແນກຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ (ກົມການເງິນ); ຂັ້ນຕອນການປະສານງານ, ການສ້າງແຜນກິດຈະກຳປະຈຳປີ, ແຜນກິດຈະກຳ, ການປະກອບເອກະສານ ເພື່ອຂໍນຳໃຊ້ງົບປະມານຊ່ວຍເຫຼືອລ້າ ແລະ ການສະຫຼຸບລາຍງານດ້ານເນື້ອໃນ;ແນະນຳລະບຽບການນຳໃຊ້ງົບປະມານຈາກອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ແນະນຳການນສະໜອງເອກະສານຜ່ານ Google Drive ແລະ ສ້າງຟອມປະເມີນຜ່ານ Google Form; ແນະນຳກ່ຽວກັບການປະເມີນ ແລະ ການລາຍງານກິດຈະກຳ (MEL).

ກອງປະຊຸມຄັ້ງນີ້ ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ ເຊິ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບ ປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະ ນະ​ເລຂາທິການ​ສະພາ​ແຫ່ງ​ຊາດ.

(ນາງ ກຸກກິກ ບຸດດາໄຊ)