loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະກອບຄໍາເຫັນໃສ່ຮ່າງມະຕິການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສາຍດ່ວນ

ສ.ຫ. 31, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສໍາມະນາປະກອບຄຳເຫັນໃສ່ຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຮ່າງມະຕິ, ຄູ່ມືກ່ຽວກັບການເຄື່ອນໄຫວວຽກງານສາຍດ່ວນ 156 ຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ-1 ກັນຍາ 2024 ທີ່ເມືອງວຽງຄໍາ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ປະທານກວດກາພັກ-ລັດ, ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ບັນດາທ່ານຮອງປະທານກໍາມາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ, ທ່ານຮອງປະ ທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາທ່ານທີ່ປຶກສາດ້ານກົດໝາຍຂອງ ສພຊ, ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າກົມ/ຫ້ອງການ ຂອງຄະນະເລຂາທິການສະພາແຫ່ງຊາດ, ບັນດາທ່ານຄະນະກົມທີ່ກ່ຽວ ຂ້ອງຈາກຄະນະກວດກາສູນກາງພັກ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ວຽກງານກວດກາ ເປັນວຽກງານທີ່ມີຄວາມສໍາຄັນ, ເປັນສິ່ງຕັດສິນຜົນສໍາເລັດ ແລະ ປະສິດທິຜົນຂອງວຽກງານ ເຊິ່ງພັກໄດ້ກຳນົດວ່າ “ຖ້າບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນໍາພາ’’; ການນໍາພາ ແລະ ການປະຕິບັດວຽກງານກວດການັ້ນ, ນອກຈາກມີກົດໝາຍທີ່ກ່ຽວຂ້ອງກຳນົດດ້ານຫຼັກການລວມແລ້ວ, ກໍມີຄວາມຈຳເປັນຕ້ອງໄດ້ຜັນຂະຫຍາຍເປັນນິຕິກຳໃຕ້ກົດໝາຍ ເພື່ອກຳນົດບັນດາຫຼັກການ, ຂັ້ນຕອນ, ຄວາມຮັບຜິດຊອບໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຂອງຄະນະກວດກາ ຕາມແຜນການປົກ ກະຕິ ແລະ ກວດກາສະເພາະກິດ ເພື່ອເປັນບ່ອນອີງໃນການເຄື່ອນໄຫວດໍາເນີນການກວດກາ, ຮັບປະກັນໃຫ້ການເຄື່ອນ ໄຫວຖືກຕ້ອງຕາມກົດໝາຍ ທັງຮັບປະກັນຄວາມໂປ່ງໃສ, ເຂັ້ມແຂງ ໃນການປະຕິບັດວຽກງານຂອງທຸກພາກສ່ວນ ສາ ມາດກວດກາໄດ້ ແນໃສ່ປະກອບສ່ວນແກ້ໄຂປາກົດການຫຍໍ້ທໍ້, ຕ້ານການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ ພ້ອມທັງແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ ແລະ ທັນເວລາ. ສຳລັບວຽກງານສາຍດ່ວນຂອງສະພາແຫ່ງຊາດ ກໍມີຄວາມສໍາຄັນຫຼາຍ ໂດຍສະເພາະການປະຕິບັດພາລະບົດບາດເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເຊິ່ງຕ້ອງໄດ້ເກັບກໍາ ແລະ ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ການຮັບຄໍາສະເໜີຂອງປະ ຊາຊົນຜ່ານໂທລະສັບສາຍດ່ວນ ແມ່ນການສ່ອງແສງໃຫ້ເຫັນສະພາບດ້ານຜົນສໍາເລັດໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງສະພາແຫ່ງຊາດ ເປັນຕົ້ນແມ່ນການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ; ພ້ອມດຽວກັນນັ້ນ ກໍເຫັນໄດ້ເຖິງບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ຄົ້ນຄວ້າ, ພິຈາລະນາ ເພື່ອເປັນຂໍ້ມູນໃຫ້ແກ່ສະພາແຫ່ງຊາດ ໃນຖານະທີ່ເປັນອົງການນິຕິບັນຍັດ ມີພາລະບົດບາດໃນການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ເພື່ອກໍານົດມາດຕະການແກ້ໄຂບັນຫາທີ່ເກີດຂຶ້ນໄດ້ທັນເວລາ. ນອກນັ້ນ, ບັນດາຄໍາສະເໜີຂອງປະຊາ ຊົນຜ່ານໂທລະສັບສາຍດ່ວນທີ່ສົ່ງເຖິງສະພາແຫ່ງຊາດ ເປັນຂໍ້ມູນທີ່ສຳຄັນໃຫ້ແກ່ສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ກໍານົດເປັນຄໍາຊັກຖາມມອບໃຫ້ກະຊວງ, ອົງການກ່ຽວຂ້ອງ ມາຊີ້ແຈງບັນຫາດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະຄັ້ງ; ສະນັ້ນ, ການຮ່າງນິຕິກໍາ ກໍເພື່ອກໍານົດວິທີການແກ້ໄຂບັນຫາທີ່ຮີບດ່ວນ, ເຄັ່ງຮ້ອນຂອງສັງຄົມ ໃຫ້ໄດ້ຮັບການປັບປຸງແກ້ໄຂໄດ້ທັນເວລາ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດກ່ຽວກັບຄວາມຈໍາເປັນໃນການຮ່າງມະຕິວ່າດ້ວຍການກວດກາ ແລະ ຕ້ານການສໍ້ລາດບັງຫຼວງຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິດັ່ງກ່າວ, ລາຍງານໂດຍຫຍໍ້ການຈັດຕັ້ງປະຕິບັດວຽກງານສາຍດ່ວນໃນໄລຍະຜ່ານມາ ແລະ ຄວາມຈໍາເປັນໃນການຮ່າງມະຕິ ແລະ ຄູ່ມືການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ຜ່ານຮ່າງມະຕິ ແລະ ຄູ່ມືດັ່ງກ່າວ; ບັນດາຜູ້ແທນກອງປະຊຸມ ກໍໄດ້ໄດ້ສຸມສະຕິປັນຍາຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນຢ່າງມີຈຸດສຸມ, ກະທັດຮັດ, ເລິກເຊິ່ງ ແລະ ຕິດແທດກັບຕົວຈິງ ເພື່ອເປັນຂໍ້ມູນໃຫ້ແກ່ຄະນະຮັບ ຜິດຊອບຮ່າງນິຕິກຳດັ່ງກ່າວ ນຳໄປຄົ້ນຄວ້າ, ປັບປຸງ ກະກຽມນໍາເຂົ້າລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກອົງການເຮວວິຕັດ (Helvetas) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
(ສອນສັກ ວັນວິໄຊ