loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຫົວພັນ ປະກາດການແຕ່ງຕັ້ງ

ສ.ຫ. 30, 2024 | ເຂດ 8 ຫົວ​ພັນ

                   
              ວັນທີ 27 ສິງຫາ 2024 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ວ່າການຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ສະພາປະຊາຊົນແຂວງ. ພາຍໃຕ້ການເປັນປະທານ ຂອງທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີບັນດາທ່ານຄະນະປະຈຳ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອດ ພະນັກງານວິຊາການເຂົ້າຮ່ວມ.
           ໃນພິທີ ທ່ານ ນ. ພອນສີ ໄຊຍະບຸນ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະປະຈຳສະພາປະຊາຊົນແຂວງ ເລກທີ 441 ລົງວັນທີ 12 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ວ່າການຫົວໜ້າຂະແໜງ ສະພາປະຊາຊົນແຂວງ ແລະ ຂໍ້ຕົກລົງ ຄະນະປະຈຳ ສະພາປະຊາຊົນແຂວງ ເລກທີ 473 ລົງວັນທີ 26 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຂະແໜງ 5 ທ່ານ, ຍິງ 3 ທ່ານ. ການແຕ່ງຕັ້ງຄັ້ງນີ້ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ພາຍໃນສະພາປະຊາຊົນແຂວງ ໃຫ້ມີຄວາມເຂັ້ມແຂງດ້ານຄຸນນະພາບ ຮັບປະກັນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແລະ ຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ເຄື່ອນໄຫວວຽກງານ ຕາມສິດພາລະບົດບາດ ຂອງຕົນມີຜົນສຳເລັດຕາມລະດັບຄາດໝາຍ.
                 ໂອກາດດຽວກັນນີ້; ທ່ານ ສົມມສັກ ດອນຈານິດ ໄດ້ມີຄຳເຫັນໂອ້ລົມ ຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໄດ້ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານ ຈົນໄດ້ຮັບຜົນສຳເລັດ ແລະ ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງ ສືບຕໍ່ຍົກສູງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານການເມືອງແນວຄິດ, ທັດສະນະ, ຄຸນສົມບັດສິນທຳປະຕິບັດ, ແບບແຜນການດຳລົງຊີວິດປອດໃສຂາວສະອາດ, ເປັນແບບຢ່າງໃຫ້ແກ່ມະຫາຊົນ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ດີ, ຍົກລະດັບຄວາມຮູ້, ຄວາມສາມາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນ, ສືບຕໍ່ປັບປຸງວິທີນຳພາ ແລະ ວິທີເຮັດວຽກໃຫ້ຖືກຕ້ອງ ມີຜົນສຳເລັດເປັນກ້າວໆ.
                                                                  ( ນ. ປຸ້ຍນິຕາ ເພັງມີໄຊ )