loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຄຸນນະພາບການຕິດຕາມກວດກາການເຄື່ອນໄຫວວຽກງານຂອງ ສພຊ

ສ.ຫ. 29, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສໍາມະນາຍົກສູງຄຸນນະພາບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນວັນ​ທີ 28-29 ສິງຫາ 2024 ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການບັນດາເຜົ່າ (ກບຜ) ເຊິ່ງມີບັນດາທ່ານວິທະຍາກອນທີ່ເປັນການນໍາຂັ້ນສູງຂອງ ສພຊ ແລະ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກບຜ ຈາກ 10 ເຂດເລືອກຕັ້ງພາກກາງ ແລະ ພາກໃຕ້, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ຕາງໜ້າ ສນຊ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.
ທ່ານ ຄໍາຈັນ ໂສຕາປະເສີດ ໄດ້ມີຄໍາເຫັນກ່າວເປີດວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ມີຈຸດປະສົງ​ເພື່ອ​ທົບ​ທວນ ຄືນ​ການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ​ໜ້າ​ທີ່ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ໃນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເພື່ອຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຕາມ 3 ພາລະບົດບາດຂອງສະພາແຫ່ງຊາດ.
ໃນກອງປະຊຸມ ໄດ້ຮັບຟັງການສະເໜີບາງບົດຮຽນໃນການປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ຕາງໜ້າອົງການຈັດຕັ້ງມະຫາຊົນ ຕໍ່ກອງປະຊຸມສະໄໝສາມັນທ້າຍປີຂອງສະພາແຫ່ງຊາດ; ການຈັດຕັ້ງປະຕິບັດມະຕິຕົກລົງ ສະບັບເລກທີ 01/ຄປຈ, ລົງວັນທີ 22/5/2019 ວ່າດ້ວຍການພົວພັນລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະປະຈໍາສູນກາງແນວລາວສ້າງຊາດ ແລະ ຕີລາຄາຄຸນນະພາບດ້ານເນື້ອໃນຂອງຮ່າງບົດປະກອບຄໍາເຫັນຜົນການຕິດຕາມກວດກາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ທີ່ສູນກາງແນວລາວສ້າງຊາດ ຕາງໜ້າອົງການຈັດ ຕັ້ງມະຫາຊົນ ສະເໜີຕໍ່ກອງປະຊຸມສະໄໝສາມັນທ້າຍປີຂອງສະພາແຫ່ງຊາດ ໄລຍະຜ່ານມາ; ຕີລາຄາການຈັດຕັ້ງປະຕິ ບັດສິດ ແລະ ໜ້າທີ່ຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໄລຍະຜ່ານມາ; ການຕິດຕາມກວດກາຂອງສູນກາງແນວລາວສ້າງຊາດ ຕໍ່ການເຄື່ອນໄຫວວຽກງານຂອງສະມາຊິກສະພາແຫ່ງຊາດ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໂດຍຍົກໃຫ້ເຫັນຄວາມແຕກຕ່າງຂອງການຕິດຕາມກວດກາເຊິ່ງກັນແລະກັນຂອງທັງສອງຝ່າຍ; ບາງທັດສະນະເພື່ອຍົກສູງຄຸນນະພາບເນື້ອໃນດ້ານການປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ກອງປະຊຸມສະໄໝສາມັນທ້າຍປີຂອງສະພາແຫ່ງຊາດ. ບັນດາ​ທ່ານ​ຜູ້​ແທນ​ກອງ​ປະຊຸມ ກໍໄດ້ປະກອບ​ຄຳ​ເຫັນ, ສົນທະນາ ແລະ ແລກປ່ຽນບົດຮຽນຕໍ່ຫົວຂໍ້ຕ່າງໆດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ກົງ​ໄປ​ກົງ​ມາ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ.
(ສອນສັກ ວັນວິໄຊ)