loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮຽບຮຽງເນື້ອໃນກົດໝາຍການກັນ ແລະ ຄວບຄຸມເຊື້ອເອັດຈ໌ໄອວີ/ພະຍາດເອດ

​ກ.ກ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອັດຈ໌ໄອວີ/ພະຍາດເອດ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 24-25 ກໍລະກົດຜ່ານມາ ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ຄໍາແພງ ວິລະພັນ ປະທານກໍາມາ ທິການກົດໝາຍ ແລະ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ; ມີບັນດາທ່ານຮອງປະ ທານກຳມາທິການພາຍໃນສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສຳນັກງານປະ ທານປະເທດ, ຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນຕາ ເທບພະວົງ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ພວກເຮົາຈະໄດ້ພ້ອມກັນມາຄົ້ນຄວ້າ ແລະ ຮຽບຮຽງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອັດຈ໌ໄອວີ/ພະຍາດເອດ ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 24 ມິຖຸນາ 2024 ຈຳນວນ 16 ທ່ານ ກວມເອົາ 24 ມາດຕາ ເຊິ່ງຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຄົ້ນຄວ້າພິຈາ ລະນາປັບປຸງສຳເລັດໂດຍພື້ນຖານແລ້ວ ໃນນີ້ປັບປຸງ 8 ມາດຕາ ແລະ ຮັກສາໄວ້ 16 ມາດຕາ ແລະ ໃນວັນທີ 28 ມິຖຸ ນາ 2024 ກອງປະຊຸມສະໄໝສາມັນເທື່ອທີ 7 ໄດ້ພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີ 140 ທ່ານ ເທົ່າກັບ 98.59%; ກອງປະຊຸມຄັ້ງນີ້ ຈະຄົ້ນຄວ້າຄືນບັນດາຄຳເຫັນຂອງ ສສຊ ເພື່ອເລືອກເຟັ້ນປັບປຸງໃສ່ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານງົບປະມານຈາກມູນນິທິອາຊີ (The Asia Foundation) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.
(ຂ່າວ ແລະ ພາບ ສອນສັກ ວັນວິໄຊ)