loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສພຂ ຄໍາມ່ວນ ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ.

​ກ.ກ. 24, 2024 | ເຂດ 12 ຄຳມ່ວນ

    ( ສພຂ ) ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕາງໜ້າໃຫ້ຄະນະປະຈໍາ ສະພາປະຊາຊົນແຂວງຄໍາມ່ວນ ຂື້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2024 ວ່າ: ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ສະເໜີອົງການປົກຄອງແຂວງ ເອົາໃຈໃສ່ຕໍ່ກັບທິດທາງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນທ້າຍປີ 2024 ຄືດັ່ງນີ້:
1) ເພີ່ມທະວີເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງໃຫ້ແຮງຂື້ນຕື່ມ;
2) ສຸມໃສ່ປະຕິບັດຄາດໝາຍແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ແລະ 2 ວາລະແຫ່ງຊາດຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຢາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ໄດ້ກຳນົດໄວ້ໃນມະຕິສະພາຮັບຮອງ ໃຫ້ບັນລຸຕາມແຜນ ແລະ ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກຳນົດໄວ້ໃຫ້ເຂັ້ມງວດ;
3) ເອົາໃຈໃສ່ແກ້ໄຂບັນຫາຜົນກະທົບຈາກໂຄງການພັດທະນາຕ່າງໆ ເປັນຕົ້ນ: ໂຄງການສໍາປະທານ, ໂຄງການຂຸດຄົ້ນແຮ່ທາດ ທີ່ບໍ່ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ການບຸກລຸກທີ່ດິນຂອງລັດ – ຂອງເອກະຊົນ, ການແກ້ໄຂບັນຫາການຊົດເຊີຍຜົນກະທົບຈາກໂຄງການໃຫ້ກັບປະຊາຊົນ, ການທຳລາຍປ່າໄມ້ ແລະ ແຫຼ່ງນໍ້າ, ຄຸນນະພາບອາກາດ, ມາດຕະການຕ້ານແລ້ງ – ຕ້ານຖ້ວມ ແລະ ໄພພິບັດ ອື່ນໆທີ່ມີຄວາມສ່ຽງທີ່ຈະເກີດຂື້ນໃນຕໍ່ໜ້າ;
4) ສືບຕໍ່ແກ້ໄຂບັນຫາຜົນຂອງການກວດສອບ ແລະ ກວດກາ ຕາມທີ່ໄດ້ກໍານົດໄວ້ໃນມະຕິຂອງສະພາຮັບຮອງ ໃຫ້ໄດ້ຮັບການແກ້ໄຂຫຼາຍຂຶ້ນກວ່າເກົ່າ;
5) ສຸມໃສກະກຽມຈັດສັນແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທືນຂອງລັດພາຍໃນແຂວງ ປະຈໍາປີ 2025 ໂດຍມີການປະສານສົມທົບກັບສະພາປະຊາຊົນແຂວງຄໍາມ່ວນ, ການເຂົ້າຮ່ວມແຕ່ຫົວທີຂອງກຳມະການທີ່ກ່ຽວຂ້ອງ ກ່ອນຈະນຳສະເໜີແຜນການດັ່ງກ່າວ ຫາທ່ານເຈົ້າແຂວງ ແລະ ນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເພື່ອຮັບຮອງ ແລ້ວຈຶ່ງສົ່ງຂຶ້ນຫາກະຊວງທີ່ກ່ຽວຂ້ອງ;
6) ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດພາຍໃນແຂວງໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນ ບັນດາສິນຄ້າທີ່ສາມາດຜະລິດໄດ້ພາຍໃນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອຮັບປະກັນການສະໜອງໃນການຊົມໃຊ້ພາຍໃນ ໃຫ້ມີຄວາມພຽງພໍ ພ້ອມທັງມີການປະສານສົມທົບ ລະຫວ່າງ ຂະແໜງກະສິກໍາ ແລະ ປ່າໄມ້ ກັບ ຂະແໜງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກຳນົດມາດຕະການ ຈໍາກັດການນໍາເຂົາສິນຄ້າ ທີ່ສາມາດຜະລິດໄດ້ຢູ່ພາຍໃນແຂວງ ເພື່ອເປັນການສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ;
7) ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາ ບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດ ຂອງພໍ່ແມ່ປະຊາຊົນ ແລະ ມີມາດຕະການໃນການຄຸ້ມຄອງ ຕໍ່ທີ່ດິນນາ, ທີ່ດິນກະສິກໍາ ໃນເຂດຊົນລະປະທານ ໃນການຫັນປ່ຽນໄປເປັນທີ່ດິນປະເພດອື່ນ;
8) ເອົາໃຈໃສ່ເກັບລາຍຮັບ ຈາກຖານລາຍຮັບທີ່ເປັນທ່າແຮງ ເປັນຕົ້ນ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ອາກອນທີ່ດິນ, ພະລັງງານ, ຄ່າທໍານຽມ ແລະ ອື່ນໆໃຫ້ເຂັ້ມງວດກວ່າເກົ່າ;
9) ເອົາໃຈໃສ່ຍົກສູງການຖືຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ ແລະ ຮັດກຸມກວ່າເກົ່າ;
10) ສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ, ການສະໜອງຄູສອນ, ການປະລະການຮຽນ, ການອຸດໜູນຄູ – ແພດ ອາສາສະໝັກ; ສ້າງວຽກເຮັດງານທໍາ, ການສະໜອງຄວາມຕ້ອງການແຮງງານໃຫ້ມິຄວາມສົມດູນ ແລະ ຕອບສະໜອງຄວາມຕ້ອງການຂອງການພັດທະນາຍົກລະດັບສີມືແຮງງານ;
11) ເພີ່ມທະວີຂອດປະສານງານໃຫ້ກົມກຽວຂຶ້ນຕື່ມ ລະຫວ່າງ ຄະນະປະຈຳ ສະພາປະຊາຊົນແຂວງຄໍາມ່ວນ, ບັນດາກຳມະການ, ເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຕ່ລະຂັ້ນ ຕາມຂໍ້ຕົກລົງຮ່ວມກັນ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງ ເພື່ອເພີ່ມທະວີຄວາມຮັບຜິດຊອບໃນການເປັນເສນາທີການໃຫ້ກັບການນຳ ແລະ ທຸກວຽກງານໃຫ້ໄດ້ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນສູງໃນການຈັດຕັ້ງປະຕິບັດ.
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈະດໍາເນີນໄປໃນລະຫວ່າງວັນທີ 24 ຫາ ວັນທີ 26 ກໍລະກົດ 2024 ເປັນເວລາ 2 ວັນເຄິ່ງ ຈຶ່ງຈະສໍາເລັດ. ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງສາຍດ່ວນຂອງກອງປະຊຸມ: ໝາຍເລກໂທລະສັບ 051 156 ໂດຍບໍ່ເສຍຄ່າ, ຕິດຕາມການຖ່າຍທອດສົດສຽງຜ່ານລະບົບ FM 95.5 mhz ຂອງແຂວງຄໍາມ່ວນ.
ໂດຍ: ເອື້ອ ມະໂນສິງ