loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທ່ານ ສົມມາດ ພົລເສນາ ພົບປະເຮັດວຽກກັບຫົວໜ້າພັກໂຄເມອິໂຕະ

​ກ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ພິທີພົບປະສອງຝ່າຍລະຫວ່າງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ກັບ ທ່ານ ຢາມາກຸຊິ ນາຊຸໂອະ ຫົວໜ້າພັກໂຄເມອິໂຕະ (Komeito), ສະມາຊິກສະພາສູງ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະ ນະທັງສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 12 ກໍລະກົດ 2024 ທີ່ຫໍສະພາແຫ່ງຊາດ.

ໃນການພົບປະ, ທ່ານ ສົມມາດ ພົລເສນາ ໄດ້ສະແດງຄວາມຍິນດີຕ້ອນ ແລະ ຕີລາຄາສູງຕໍ່ຜົນຂອງການພົບປະເຮັດວຽກລະຫວ່າງທ່ານ ຢາມາກຸຊິ ນາຊຸໂອະ ພ້ອມດ້ວຍຄະນະ ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຍີ່ ປຸ່ນ ໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງຝາກຄວາມຢື້ຢາມຖາມຂ່າວຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ເຖິງທ່ານ ຮິໂຣຢູກິ ໂຮໂຊດະ (Hosoda Hiroyuki) ປະທານສະພາຜູ້ແທນລາດສະດອນ (ສະພາຕໍ່າ) ແລະ ທ່ານ ຮິເດຮິສະ ໂອສຶຈິ (Hidehisa OTSUJI) ປະທານສະພາສູງ ແຫ່ງປະເທດຍີ່ປຸ່ນ. ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ກໍຄືລະຫວ່າງສອງອົງການນິຕິບັນຍັດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລ່ວງເລິກຍິ່ງໆຂຶ້ນ; ນັບແຕ່ໄດ້ມີການຍົກລະດັບການພົວພັນຮ່ວມມືຈາກຄູ່ຮ່ວມມືຮອບດ້ານ ເປັນຄູ່ຮ່ວມຍຸດທະສາດໃນປີ 2015 ເປັນຕົ້ນມາ, ສອງປະເທດໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງລົງຮອດທ້ອງຖິ່ນນຳກັນຢ່າງປົກກະຕິ. ການພົວພັນລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ລາວ-ຍີ່ປຸ່ນ ​ໃນ​ໄລຍະ​ຜ່ານ​ມາ ແມ່ນມີການຮ່ວມມືອັນດີນໍາກັນເປັນຢ່າງດີ ແລະ ໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ຄະນະມິດຕະພາບລັດ ຖະສະພາ ລາວ-ຢີ່ປຸ່ນ ແລະ ຂັ້ນຕ່າງໆເປັນປົກກະຕິ; ສອງອົງການນິຕິບັນຍັດແລກປ່ຽນສານຊົມເຊີຍ, ສານອວຍ ພອນໃນໂອກາດວັນສໍາຄັນຕ່າງໆ, ມີການພົວພັນຮ່ວມມືນໍາກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ສໍາລັບການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ, ຮອງປະທານສະພາແຫ່ງຊາດສະເໜີທິດທາງຕໍ່ໜ້າດັ່ງນີ້: 1) ສືບຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະພາບລັດຖະສະພາ ແລະ ວິຊາການ ຕິດພັນກັບການແລກປ່ຽນຂໍ້ມູນ ແລະ ບົດຮຽນປະສົບການການປະຕິບັດພາລະບົດບາດດ້ານນິຕິບັນຍັດ; 2) ຊຸກຍູ້ການແລກປ່ຽນ, ການໄປມາຫາສູ່ກັນ ລະຫວ່າງສະພາປະຊາຊົນຂັ້ນແຂວງຂອງ ສປປລາວ ແລະ ສະພາຂັ້ນທ້ອງຖິ່ນຂອງຢີ່ປຸ່ນ; 3) ຊຸກຍູ້ໃຫ້ເກີດຜົນສຳເລັດໃນການລົງນາມບົດບັນ ທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຍີ່ປຸ່ນ ເຊິ່ງສະພາແຫ່ງຊາດລາວ ກໍໄດ້ສົ່ງບົດບັນທຶກດັ່ງກ່າວໃຫ້ລັດຖະສະພາຍີ່ປຸ່ນພິຈາລະນາແລ້ວ; 4) ສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນເວທີລັດ ຖະສະພາພາກພື້ນ ແລະ ສາກົນ ໂດຍສະເພາະໃນທ້າຍປີນີ້ ສປປລາວ ຈະເປັນປະທານອາຊຽນ ແລະ ສະພາແຫ່ງຊາດລາວ ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024.

ທ່ານ ຢາມາກຸຊິ ນາຊຸໂອະ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງຕໍ່ທ່ານ ສົມມາດ ພົລເສນາ ທີ່ຕ້ອນຮັບຢ່າງອົບອຸ່ນ, ແຈ້ງໃຫ້ຊາບໂດຍຫຍໍ້ຜົນຂອງການພົບປະເຮັດວຽກກັບພາກສ່ວນຕ່າງໆຂອງ ສປປລາວ; ພ້ອມທັງຈະນໍາເອົາຂໍ້ສະເໜີຕ່າງໆຂອງສະພາແຫ່ງຊາດລາວ ໄປສະເໜີຕໍ່ສະພາຕໍ່າ ແລະ ສະພາສູງຂອງຍີ່ປຸ່ນ ເພື່ອຊຸກຍູ້ພາກ ສ່ວນກ່ຽວຂ້ອງປະຕິບັດໃຫ້ເກີດດອກອອກຜົນ.

(ຂ່າວ, ພາບ ສອນສັກ ວັນວິໄຊ)