loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອະນຸກຳມະການເນື້ອໃນດຳເນີນກອງປະຊຸມເພື່ຶອ ກວດກາຄືນການກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າຄົ້ນຄວ້າ, ພິຈາ ລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II.

​ກ.ກ. 13, 2024 | ເຂດ 11 ບໍລິຄຳໄຊ


ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປຶກສາຫາລື, ກວດກາຄືນການກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າຄົ້ນຄວ້າ, ພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໂດຍການເປັນປະທານຂອງ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີ ຫົວໜ້າ ອະນຸກຳມະການເນື້ອໃນ, ຄະນະປະຈໍາສະພາປະຊາຊົນແຂວງ, ເລຂາທິການ, ປະທານ, ຮອງປະທານຄະນະກຳມະການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານການກະກຽມບັນດາເນື້ອໃນເອກະສານຕ່າງໆຕາມຄວາມຮັບຜິດຊອບຂອງຄະນະກຳມະການ ແລະ ຄະນະເລຂາທິການ ເພື່ອກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ທີ່ຈະໄຂຂຶ້ນໃນໄວໆນີ້, ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາຄິດເຫັນຢ່າງກົງໄປກົງມາ, ຫຼັງຈາກນັ້ນ, ທ່ານປະທານກອງປະຊຸມ ກໍໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ແນ່ໃສ່ເພື່ອເຮັດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ເປັນເອກະພາບ, ເອກະສານມີເນື້ອໃນທີ່ຄົບຖ້ວນ, ຮອບດ້ານ, ລະອຽດ, ຈະແຈ້ງ ແລະ ຖືກຕ້ອງ.

(ຂ່າວ ແລະ ພາບ: ໂສລະຢ໋າ ໄຊຍະວົງ)