ມອບ-ຮັບເຄື່ອງຊ່ວຍເຫຼືອຈາກສູນລວມຄຣິສຕະຈັກຂ່າວປະເສີດ

ມ.ຖ. 9, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນຕອນບ່າຍວັນທີ 07 ມິຖຸນາ 2024 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ໃຫ້ແກ່ກຳມາທິການບັນດາເຜົ່າ ປະ ກອບມີ: ຄອມພິວເຕີຕັ້ງໂຕະ 09 ຊຸດ, ປຣິນເຕີ 02 ຊຸດ ແລະ ເຄື່ອງສະແກນເອກະສານ 01 ຊຸດ ລວມມູນຄ່າທັງໝົດ 63.7 ລ້ານກີບ ເຊິ່ງກ່າວມອບໂດຍທ່ານ ສຈ. ຄຳແພງ ມິດປະຊາ ຮອງປະທານສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ແລະ ກ່າວຮັບໂດຍທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ຄຳຈັນ ໂສຕາປະເສີດ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ແກ່ຄະນະກຳມະການສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ທີ່ມີຜົນງານດີ ເດັ່ນໃນການປະກອບສ່ວນຄັ້ງນີ້.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)