(ສພຊ) ກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ 2024 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະ ທານກຳມາທິການພາຍໃນສະພາແຫ່ງຊາດ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງຫົວໜ້າ ຫ້ອງວ່າການສຳນັກງານປະທານປະເທດ, ບັນດາທ່ານຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງ ຊາດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດ ແລະ ບັນດາກະ ຊວງທີ່ກ່ຽວຂ້ອງ.
ທັງນີ້ ເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ມີເນື້ອໃນຮັດກຸມ, ຈະແຈ້ງ ສອດ ຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ ແລະ ເພື່ອເປັນການກວດກາຄືນເນື້ອໃນຮອບດ້ານຂອງຮ່າງ ກົດໝາຍດັ່ງກ່າວ ໃຫ້ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະພາບການແຂ່ງຂັນ ການຜະລິດສິນຄ້າ ແລະ ການບໍລິການທີ່ມີການແກ່ງແຍ້ງແຂ່ງຂັນກັນສູງ; ພ້ອມນີ້ ກໍເພື່ອລະດົມຄວາມຄິດ, ສະຕິປັນ ຍາ ຈາກພາກສ່ວນທີ່ກ່ຽວຂ້ອງກັບການສ້າງ ແລະ ປັບປຸງກົດໝາຍ.
ທ່ານ ສົມມາດ ພົລເສນາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ເຊິ່ງມີບາງຕອນວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ ຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ເຊິ່ງເປັນໜຶ່ງໃນກົດໝາຍຈຳນວນ 9 ສະ ບັບ ທີ່ລັດຖະບານສະເໜີຫາຄະນະປະຈຳສະພາແຫ່ງຊາດ ຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີ ເນື້ອໃນຄົບຖ້ວນ, ຮັດກຸມ ກ່ອນລາຍງານຜົນການກວດກາເນື້ອໃນຮອບດ້ານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງ ຊາດ ເພື່ອຕົກລົງເອົາໄປທາບທາມຄຳເຫັນກັບບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນ ແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະໄດ້ໄຂຂຶ້ນໃນໄວໆນີ້.
ກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບການສ້າງຮ່າງກົດໝາຍດັ່ງກ່າວ; ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກົດໝາຍມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ດ້ວຍຄຸນນະພາບສູງ.
(ພາບ ແລະ ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)