(ສພຊ) ໃນວັນທີ 24 ກຸມພາ 2024 ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ ຮ່ວມກັບທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ຄະນະຕິດຕາມ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຢູ່ສະໂມສອນບ້ານບໍ່ສ້ານ ເມືອງບໍ່ແຕນ ແຂວງໄຊຍະລີ, ໂດຍການນຳພາຂອງທ່ານ ສົມສະໜຸກ ໄຊອຸດົມ ກຳມະການພັກແຂວງ, ເຈົ້າເມືອງໆບໍ່ແຕນ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ ທ່ານ ບຸນທຽບ ຄຳສີ ນາຍບ້ານໆບໍ່ສ້ານ ໄດ້ລາຍງານກ່ຽວກັບສະພາບການໂດຍຫຍໍ້ຂອງບ້ານ ພ້ອມທັງສະເໜີຂໍງົບປະມານຈຳນວນໜຶ່ງເພື່ອຂະຫຍາຍສາຍນ້ຳລິນ, ບໍາລຸງຮັກສານ້ຳລິນ ໃຫ້ພຽງພໍຕໍ່ການນຳໃຊ້ ແລະ ສະເໜີລັດຖະບານ ປູຢາງແຕ່ທາງແຍກບໍ່ແຕນ ຮອດດ່ານປະເພນີເໝືອງແພ່.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນໂອລົມຕໍ່ພໍ່ແມ່ປະຊາຊົນບ້ານບໍ່ສ້ານ ໂດຍໄດ້ຕາງໜ້າໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພິລະອາດຫານຂອງພໍ່ແມ່ປະຊາຊົນບ້ານບໍ່ສ້ານ ທີ່ໄລຍະໃດກໍສະແດງນ້ຳໃຈຮັກຊາດຮັກຜືນແຜ່ນດິນລາວແຫ່ງນີ້ ເຊິ່ງເປັນສະໜາມຮົບໃນເມື່ອກ່ອນ. ທ່ານໄດ້ເລົ່າຄືນວ່າ ທ່ານກໍໄດ້ເຄື່ອນໄຫວເຂົ້າຮ່ວມບັ້ນຮົບບໍ່ແຕນແຕ່ເດືອນພຶດສະພາ 1987 ຈົນສິ້ນສຸດສົງ ຄາມຊາຍແດນ ໃນເວລານັ້ນທ່ານໄດ້ຊັ້ນພຽງແຕ່ຮ້ອຍຕີ ເຮັດໜ້າທີ່ນຳເອົາຄຳສັ່ງຂອງຂັ້ນເທິງລົງໄປສູ່ແຕ່ລະຈຸດຕາມສະໜາມຮົບ ທັງເກັບກຳເອົາສະພາບການແຕ່ລະວັນກັບຄືນລາຍງານຕໍ່ກະຊວງ, ຕອນເຊົ້າຂີ່ຍົນນຳເອົາຄຳສັ່ງຂັ້ນເທິງລົງມາ ຕອນແລງເກັບກຳສະພາບການເມືອລາຍງານຂັ້ນເທິງ ບາງຄັ້ງກໍຄ້າງຢູ່ສະໜາມຮົບສອງສາມວັນ ຕິດພັນກັບອ້າຍນ້ອງສູ້ຮົບຢູ່ 1428, 1370 ແລະ ບ່ອນອື່ນໆ ບ່ອນທີ່ຕິດພັນທີ່ສຸດແມ່ນສູນບັນຊາບໍ່ສ້ານ ເປັນບ່ອນເຕົ້າໂຮມເອົາຂ່າວທີ່ມາຈາກທຸກທິດ, ວິເຄາະວິໄຈແລ້ວຈຶ່ງກັບເມືອລາຍງານຕໍ່ກະຊວງ, ໝູ່ເພື່ອນສະຫາຍຈຳນວນໜຶ່ງກໍໄດ້ເອົາເລືອດເອົາຊີວິດແລກເອົາຜືນແຜ່ນດິນແຫ່ງນີ້; ບ້ານບໍ່ສ້ານ ແລະ ຊາວບໍ່ສ້ານ ກໍໄດ້ຮັບຜົນກະທົບໂດຍກົງຈາກສົງ ຄາມຊາຍແດນ, ໃນໄລຍະເດືອນພະຈິກ-ທັນວາ 1987 ບ້ານບໍ່ສ້ານຖືກກະທົບໜັກ ທັງກຳລັງໄຟໜ້າດິນ ທັງທາງອາ ກາດ ເຊັ່ນລູກແຕກລູກບົ່ມອາດຍັງຄ້າງຢູ່ບ້ານນີ້, ແຕ່ປະຊາຊົນບ້ານບໍ່ສ້ານຍັງບໍ່ໜີໄປໃສ ຍັງຕິດພັນກັບຜືນແຜ່ນດິນອັນນ້ອຍໆແຫ່ງນີ້, ອັນນີ້ເປັນສັນຍະລັກຂອງກຸ່ມຄົນກ້າຫານຂອງຄົນຮັກຊາດທີ່ແທ້ຈິງ. ຜ່ານໄລຍະເວລາກວ່າ 36 ປີ ກັບຄືນມາເທື່ອນີ້ຮູ້ສຶກສະອື້ນໃຈຫຼາຍ, ຄິດຮອດໝູ່ເພື່ອນທີ່ໄດ້ເສຍສະຫຼະຊີວິດໄປ, ຄິດຮອດພໍ່ແມ່ພີ່ນ້ອງຊາວບໍ່ສ້ານທີ່ໄດ້ສູ້ຊົນເພື່ອປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ຮ່ວມໄມ້ຮ່ວມມືກັບພັກ-ລັດ ແລະ ກອງທັບ ປົກປັກຮັກສາຜືນແຜ່ນດິນແຫ່ງນີ້ຕະຫຼອດມາ.
ພ້ອມດຽວກັນນີ້, ທ່ານກໍແຈ້ງໃຫ້ຊາບວ່າ ຈະນຳເອົາຄຳສະເໜີຕ່າງໆຂອງພໍ່ແມ່ປະຊາຊົນບ້ານບໍ່ສ້ານ ໄປລາຍງານຕໍ່ ຄປຈສພຊ ເພື່ອຊຸກຍູ້ກະຊວງ, ອົງການ, ພະແນກການ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າພິຈາລະ ນາ; ໃນໂອກາດທີ່ລົງມາຢ້ຽມຢາມພໍ່ແມ່ປະຊາຊົນຄັ້ງນີ້, ທ່ານ ພົທ. ສຸວອນ ເລືອງບຸນມີ ຍັງໄດ້ມອບເງິນສ່ວນຕົວຈຳນວນ 20 ລ້ານກີບ ເພື່ອປະກອບສ່ວນຊື້ວັດຖຸເຮັດເພດານສະໂມສອນບ້ານບໍ່ສ້ານອີກດ້ວຍ.
ນອກຈາກນີ້, ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ລົງຕິດຕາມຕາຝັງເຈື່ອນຕາມຊາຍແດນເຂດດ່ານປະເພນີເໝືອງແພ່ ລະຫວ່າງເມືອງບໍ່ແຕນ ແລະ ອຳເພີດ່ານຊ້າຍ ຈັງຫວັດເລີຍ.
ກ່ອນໜ້ານັ້ນ, ໃນວັນທີ 23 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີເປີດບຸນເຂົ້າຈີ່ໃຫຍ່ຂອງເມືອງບໍ່ແຕນ ຕາມຄຳເຊີນຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເຈົ້າແຂວງໆໄຊຍະບູລີ ພ້ອມທັງປະກອບສ່ວນເງິນຈຳນວນ 10 ລ້ານກີບ ແລະ ເຂົ້າຮ່ວມງານເປີດໂຕສະຖານທີ່ທ່ອງທ່ຽວຕາດສະແນນ, ສະຖານທີ່ທ່ອງທຽວແຫ່ງໃໝ່ຂອງເມືອງບໍ່ແຕນ ແຂວງໄຊຍະບູລີ.
(ຂ່າວ ແລະ ພາບ: ສອນສັກ ວັນວິໄຊ)