
ເພື່ອເປັນການສະເຫຼີມສະຫຼອງການເຕີບໃຫຍ່ຂະ ຫຍາຍຕົວ ຂອງສະຫະພັນກຳມະບານລາວຢ່າງເລິກເຊິ່ງ, ກ້ວາງຂວາງທົ່ວສະມາຊິກກຳມະບານ, ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ, ສູນກາງສະຫະພັນກຳມະບານລາວ ໄດ້ຄົ້ນຄວ້າ ແລະ ປັບປຸງເນື້ອໃນເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ, ຊຶ່ງໄດ້ຕີລາຄາຄືນທາດແທ້, ຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວ ແລະ ປະກອບສ່ວນໃນພາລະກິດປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງສະຫະພັນກຳມະບານລາວຜ່ານມາ.


ພິທີ, ສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານຮາກຖານ ສພຂ, ໄດ້ເຜີຍແຜ່ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ, ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ອື່ນໆ. ພ້ອມນັ້ນ, ໄດ້ເນັ້ນໜັກໃຫ້ສະມາຊິກກໍາມະບານ, ເອົາໃຈໃສ່ເພີ່ມທະວີປັບປຸງການຈັດຕັ້ງສະຫະພັນກຳມະບານຂັ້ນຂອງຕົນໃຫ້ມີຄວາມເຂັ້ມແຂງ, ເສີມຂະຫຍາຍຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ, ເອົາໃຈໃສ່ເພີ່ມທະວີບໍາລຸງ, ກໍ່ສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດກ່ຽວກັບວຽກງານກຳມະບານ, ຄວາມຮູ້ວິທະຍາສາດອື່ນໆ ແລະ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ສ້າງແບບແຜນດຳລົງຊີວິດທີ່ປອດໄສ ແລະ ຮ່ຳຮຽນຄຸນລັກສະນະດີເລີດຂອງຊົນຊັ້ນກຳມະກອນ ແລະ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະກາງສະໄໝຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວສະ ໄໝທີ VIII.


ພ້ອມນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບປະຈໍາເດືອນ ມັງກອນ, ທິດທາງແຜນການເດືອນ ກຸມພາ 2024, ຫລັງຈາກນັ້ນໄດ້ປະກອບຄໍາຄຶດຄໍາເຫັນຕໍ່ຮ່າງບົດສະຫລຸບ ແລະ ຖືເອົາໂອກາດດັ່ງກ່າວ ສຶກສາອົບຮົມດ້ານການເມືອງ-ແນວຄິດ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ສະມາຊິກກຳມະບານມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມຫ້າວຫັນປະຕິບັດໜ້າທີວຽກງານວິຊາສະເພາະ ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.

ພາບ/ຂ່າວ: ສະພາປະຊາຊົນແຂວງ.