ສພຂ ຫົວພັນ ມອບເຄື່ອງໃຫ້ຄອບຄົວທີ່ຖືກອັກຄີໄພ ຢູ່ບ້ານ ພູໄຊ ເມືອງວຽງໄຊ

ທ.ວ. 29, 2023

ໃນຕອນເຊົ້າ ວັນທີ 28 ທັນວາ 2023 ນີ້ ຕາງໜ້າໃຫ້ ສະພາປະຊາຊົນແຂວງ ນຳໂດຍ ທ່ານ ຄຳຟອງ ກົ້ວມີໄຊ ເລຂາທິການ ສະພາປະຊາຊົນແຂວງ ພ້ອມຄະນະສະມາຊິກສະພາປະຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ວຽງໄຊ ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ ຄອບຄົວ ທ່ານ ລີທໍ່ ຢູ່ບ້ານພູໄຊ ເມືອງວຽງໄຊ ແຂວງຫົວພັນທີ່ໄດ້ຮັບເຄາະຮ້າຍຈາກໄຟໄໝ້; ເຫດການດັ່ງກ່າວໄດ້ເກີດຂຶ້ນໃນ ເວລາ 03 ໂມງ 30 ນາທີ ຕອນເຊົ້າ ຂອງວັນທີ 24 ທັນວາ 2023 ຜ່ານມາ ເຮັດໃຫ້ເຮືອນ ແລະ ເຄື່ອງຕ່າງໆຢູ່ໃນເຮືອນຖືກໄໝ້ກ້ຽງ ລວມເປັນມູນຄ່າ 109,400,000 ລ້ານກີບ( ໜຶ່ງຮ້ອຍເກົ້າລ້ານສີ່ແສນ ກີບ) ແຕ່ໂຊກດີ ບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ .

ກ່າວມອບເຄື່ອງຄັ້ງນີ້ໂດຍ ທ່ານ ຄຳຟອງ ກົ້ວມີໄຊ ພ້ອມຄະນະສະມາຊິກສະພາປະຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ວຽງໄຊ ແລະ ກ່າວຮັບແມ່ນ ຄອບຄົວທີ່ຖືກເຄາະຮ້າຍ ເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ແມ່ນໄດ້ມາຈາກການລະດົມນຳບຸກຄົນ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ພາຍໃນແຂວງ ແລະ ຕ່າງແຂວງ ລວມມີ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ ລວມູນຄ່າທັງໝົດ 1.500.000 ກີບ ( ໜຶ່ງລ້ານຫ້າແສນກີບ)

ໂອກາດດຽວກັນນີ້ ທາງຄະນະ ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວທີ່ເກິດຂຶ້ນ ແລະ ຍັງຮຽກຮ້ອງມາຍັງ ຄອບຄົວທີ່ຖືກຜົນກະທົບ ຈົ່ງເອົາໃສ່ສ້າງເສດຖະກິດຄອບຄົວໃຫ້ນັບມື້ນັບດີຂຶ້ນ ແລະ ມີສະຕິຕໍ່ປະກົດການຫຍໍ້ທໍ້ຕ່າງໆ ການນຳໃຊ້ໄຟ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນໃຫ້ດີກວ່າເກົ່າ ເພື່ອບໍ່ໃຫ້ເຫດການດັ່ງກ່າວເກີດຂຶ້ນໃນຕໍ່ໜ້າ ພ້ອມທັງຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງສືບຕໍ່ຊ່ວຍເຫລືອເບິ່ງແຍງຄອບຄົວທີ່ຖືກເຄາະຮ້າຍ, ເອົາໃຈໃສ່ເຮັດວຽກງານປ້ອງກັນຕ້ານທຸກປະກົດການຫຍໍ້ທໍ້ທີ່ຈະເກິດຂຶ້ນພາຍໃນບ້ານກໍຄືໃນສັງຄົມ.

                       ສພຂ ຫົວພັນ