loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານກຳມາທິການການຕ່າງປະເທດ ຕ້ອນຮັບທູດສິງກະໂປຄົນໃໝ່ ປະຈຳລາວ

ທ.ວ. 1, 2023 | SlideMobile, ຂ່າວເດັ່ນ

(ສພຊ) ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊູເດັດ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປຄົນໃໝ່ ປະຈຳ ສປປລາວ ໃນວັນທີ 30 ພະຈິກ 2023 ທີ່ຫໍສະພາແຫ່ງຊາດ ເພື່ອເປັນການສະແດງຄວາມຍິນດີທີ່ທ່ານ ຊູເດັດ ມາເນຍ ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຍິນດີຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ສິງກະໂປ ທີ່ໄດ້ຖືກແຕ່ງຕັ້ງດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສປປລາວ ພ້ອມທັງອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຊິ່ງຈະເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວກ້າວສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕອນທ້າຍ, ທ່ານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ສິງກະໂປ ຄົນໃໝ່ ປະຈຳ ສປປລາວ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄຳໝັ້ນວ່າຈະສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດທີ່ດີມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເປັນຮູບປະທຳຍິ່ງໆຂຶ້ນ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)