(ສພຊ) ໃນບ່າຍວັນທີ 28 ມິຖຸນາ 2023 ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມ ວິຫານ ປະທານສະພາແຫ່ງຊາດ, ໂອກາດດັ່ງກ່າວ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ກໍໄດ້ມີຄໍາຊັກຖາມເພີ່ມຕື່ມ ຕໍ່ບັນຫາທີ່ຍັງມີຄວາມສົນໃຈ. ຫຼັງຈາກນັ້ນ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຊີ້ແຈງເພີ່ມຕື່ມຢ່າງກົງໄປກົງມາ ແລະ ມີເຫດມີຜົນ ຕໍ່ບັນດາຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.
![](https://na.gov.la/wp-content/uploads/2023/06/356410169_751131430349678_1057246038311004103_n.jpeg)