ປະທານສະພາແຫ່ງຊາດ ລົງຊຸກຍູ້ ໂຄງການພັດທະນາແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ ແຂວງວຽງຈັນ

ມ.ຖ. 5, 2023

ໃນວັນທີ 02 ມິຖຸນາ 2023 ນີ້ ທ່ານ ປອ.ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ ໂຄງການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ1 ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບໜູນຈາກທະນາຄານພັດທະນາອາຊີ (ADB), ເປົ້າໝາຍເພື່ອພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນການສ້າງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ.
ຈາກນັ້ນ ຕາງໜ້າບໍລິສັດຄຳຟອງກຼຸບ ຈຳກັດຜູ້ດຽວໄດ້ລາຍງານວ່າ: ມາຮອດປະຈຸບັນ ໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ1 ແມ່ນມີຄວາມຄືບໜ້າ 54,23% ເຊິ່ງເຫັນວ່າມີຫລາຍໜ້າວຽກມີຄວາມຄືບໂດຍສະເພາະແມ່ນ: ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂດທ່ອງທ່ຽວອ່າງນ້ຳງື່ມໃກ້ຈະສຳເລັດ 100% ແລ້ວ, ໂດຍໄດ້ປັບປຸງເສັ້ນທາງຈາກທາງປູຢາງເປັນທາງເບຕົງ ເຊິ່ງມີຄວາມຍາວ 6 ກິໂລແມັດ, ກວ້າງ6ແມັດ ແລະ ໜາ 17 ຊັງຕີແມັດ, ປັບປຸງທ່າຈອດເຮືອເຂດມາລີນາເຊິ່ງມີເນື້ອທີ່22.689ຕາແມັດ, ນອກນີ້ແມ່ນການເຮັດກະຕ່າຫີນກັນເຈື່ອນລຽບແຄມນ້ຳງື່ມ ແລະ ຫນ້າວຽກອື່ນໆ.
ພ້ອມດຽວກັນນັ້ນ ປະທານສະພາແຫ່ງຊາດ ແລະ ເຈົ້າແຂວງໄດ້ຮ່ວມກັນປູກຕົ້ນໄມ້ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ຢູ່ສະຖານທີ່ທ່ອງທ່ຽວກ້ອງເຂື່ອນນ້ຳງື່ມ1.