

ຕອນບ່າຍຂອງວັນສຸກ, ວັນທີ 21 ເມສາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ກໍາມະບານຮາກຖານສະພາປະຊາຊົນແຂວງອຸດົມໄຊ, ໄດ້ປະຖະກະຖາ ມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 137 ປີ(1 ພຶດສະ ພາ 1886-1 ພຶດສະພາ 2023), ໂດຍການເປັນປະທານຂອງສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາ, ຄະນະກຳມະບານ ແລະ ສະມາຊິກກໍາມະບານພາຍໃນຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມ.



ພ້ອມນັ້ນ, ໃນຕອນເຊົ້າຂອງວັນເສົາ, ວັນທີ 22 ເມສາ 2023, ຢູ່ອ້ອມຂ້າງສຳນັກງານ ເຮັດວຽກຂອງສະພາປະຊາຊົນແຂວງ ກໍາມະບານຮາກຖານສະພາປະຊາຊົນແຂວງອຸດົມໄຊ, ໄດ້ອອກແຮງງານ ແລະ ອະນາໄມລວມອ້ອມຂ້າງສຳນັກງານ ນໍາໂດຍສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາ, ຄະນະກຳມະບານ ແລະ ສະມາຊິກກໍາມະບານພາຍໃນຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົງ, ກໍ່ເພືອເປັນການປະຕິບັດຕາມແຈ້ງການແນະນໍາຂອງສະຫະພັນກໍາມະບານແຂວງ, ສະບັບເລກທີ 295/ສກຂ, ລົງວັນທີ 13 ເມສາ 2023 ເລື່ອງການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 137 ປີ(1 ພຶດສະ ພາ 1886-1 ພຶດສະພາ 2023) ໃຫ້ມີເນື້ອໃນເລິກເຊິ່ງ, ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ເປັນຂະບວນຟົ້ດຟື້ນໃນທົ່ວແຂວງ.


ພາບ/ຂ່າວ: ແສງພອນ ອິນນະລົງ.