ສະພາປະຊາຊົນ 2 ແຂວງສາລະວັນ ແລະ ແຂວງກວາງຈິ ໄດ້ພົບປະ ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຮ່ວມກັນ

ມ.ສ. 26, 2023

             ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງສະພາປະຊາຊົນແຂວງສາລະວັນ ກັບສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ໄດ້ເປີດຂຶ້ນຢ່າງເປັນທາງການ ຊຶ່ງຄະນະຜູ້ແທນສະພາປະຊາຊົນແຂວງສາລະວັນ ນໍາໂດຍ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍບັນດາທ່ານຄະນະປະຈໍາ, ຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກສະພາປະຊາຊົນແຂວງ; ຝ່າຍຄະນະຜູ້ແທນສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ນໍາໂດຍສະຫາຍ ເລ ກວາງ ຈ໋ຽນ ກໍາມະການຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີພະແນກການຂອງແຂວງສາລະວັນ, ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງເຂົ້າຮ່ວມ.
              ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດ 14 ປະທານສະພາປະຊາຊົນແຂວງ ໄດ້ສະແດງ ຄວາມຕ້ອນຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາປະຊາຊົນແຂວງກວາງຈິໃນຄັ້ງນີ້ ຊຶ່ງມີຄວາມໝາຍສໍາຄັນ ແລະເລິກເຊິ່ງ, ສະແດງເຖິງການຮັດແໜ້ນຄວາມສາມັກຄີທີ່ມີມູນເຊື້ອອັນຍາວນານລະຫວ່າງສອງພັກ-ສອງລັດ ກໍຄື ສອງຊາດລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະກໍຄືສະພາປະຊາຊົນແຂວງສາລະວັນ ກັບ ສະພາປະຊາຊົນແຂວງ ກວາງຈິ ສສ ຫວຽດນາມ ຕາມບົດບັນທຶກຊ່ວຍຈໍາ ທີ່ໄດ້ບັນທຶກຮ່ວມກັນໃນປີ 2017 ຜ່ານມາ.
                ພ້ອມນັ້ນ ສະຫາຍ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງສາລະວັນ ໄດ້ລາຍງານສະພາບ ລວມຂອງແຂວງສາລະວັນໂດຍຫຍໍ້ ແລະ ລາຍງານວຽກງານໃນແຕ່ລະດ້ານຂອງສະພາປະຊາຊົນ ແຂວງ ໃຫ້ສະພາປະຊາຊົນ ແຂວງກວາງຈິຮັບຊາບ; ຈາກນັ້ນສະຫາຍ ເລ ກວາງ ຈ໋ຽນ ກໍາມະການຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ຕໍ່ການມາຢ້ຽມຢາມ ແລະ ແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນ ໃນຂົງເຂດສະພາປະຊາຊົນແຂວງ ໄດ້ລາຍງານສະພາບລວມຂອງແຂວງກວາງຈິໂດຍຫຍໍ້ ແລະ ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງກວາງຈິ ໃຫ້ສະພາປະຊາຊົນແຂວງສາລະວັນຮັບຊາບ; ທັງສອງຝ່າຍໄດ້ແລກປ່ຽນບົດຮຽນໃນຫົວຂໍ້ຕ່າງໆ.
                ໂອກາດດຽວກັນສະພາປະຊາຊົນແຂວງສາລະວັນ ໄດ້ລົງນາມ ແລະ ເຊັນບົດບັນທຶກຄວາມຊົງຈໍາຮ່ວມກັນກັບ ສະພາປະຊາຊົນແຂວງກວາງຈິ, ຮ່ວມລົງນາມໃນສັນຍາມີ ສະຫາຍ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດ 14 ປະທານສະພາປະຊາຊົນແຂວງສາລະວັນ ແລະ ສະຫາຍ ເລ ກວາງ ຈ໋ຽນ ກໍາມະການຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມ ໂດຍຊ້ອງໜ້າຄະນະຜູ້ແທນ ທັງສອງຝ່າຍທີ່ເຂົ້າຮ່ວມ; ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນກ່ຽວກັບເນື້ອໃນບົດບັນທຶກຄວາມຊົງຈໍາດັ່ງລຸ່ມນີ້: ການມາຢ້ຽມຢາມ, ເຮັດວຽກຂອງຄະນະປະຈໍາສະພາປະຊາຊົນແຂວງກວາງຈິ ໃນຄັ້ງນີ້, ແມ່ນ ການມາຢ້ຽມຢາມ ໄດ້ປະກອບສ່ວນຮັດແໝ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ; ເວົ້າສະເພາະລະຫວ່າງການນຳ ແລະ ປະຊາຊົນຂອງ ສອງແຂວງ ສາລະວັນ-ກວາງຈິ. ເປັນການເຄື່ອນໄຫວເພື່ອແນໃສ່ ຜັນຂະຫຍາຍບັນດາເນື້ອໃນບົດບັນທຶກຄວາມຊົງຈຳລະຫວ່າງສະພາປະຊາຊົນແຂວງສາລະວັນ ກັບສະພາປະຊາຊົນແຂວງກວາງຈິ ສສ ຫວຽດນາມໃນ ປີຜ່ານມາ,ການສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 46 ປີ (18/07/1977-18/07/2023) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 61 ປີ(05/09/1962-05/09/2023); ບົນພື້ນຖານນໍ້າໃຈສາມັກຄີ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ຄະນະປະຈໍາສະພາປະຊາຊົນສອງແຂວງ ສາລະວັນ-ກວາງຈິ ໄດ້ແລກປ່ຽນຂໍ້ມູນ, ຕົ້ນຕໍແມ່ນກ່ຽວກັບສະພາບການຈັດຕັ້ງເຄື່ອນໄຫວວຽກງານໃນ ຂົງເຂດສະພາຂອງສອງແຂວງ, ແລກປ່ຽນບາງປະສົບການເຄື່ອນໄຫວຂອງຄະນະປະຈຳສະພາ, ບັນດາຄະນະກຳມະການ, ຄະນະເລຂາທິການສະພາປະຊາຊົນແຂວງ, ແນໃສ່ປະກອບສ່ວນຍົກສູງຄວາມອາດ ສາມາດ ແລະ ປະສິດທິ ພາບໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຕ່ລະແຂວງ ໃນຕໍ່ໜ້າ; ສືບຕໍ່ລາຍງານໃຫ້ກັນຊາບກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາປະຊາຊົນສອງແຂວງ ສາລະວັນ-ກວາງຈິ ໃນຕໍ່ໜ້າ, ແນໃສ່ເປັນພື້ນຖານໃຫ້ແກ່ສອງຝ່າຍໃນການແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ ແລະ ຍົກສູງຜົນສໍາເລັດຂອງການຮ່ວມມືໃນຕໍ່ໜ້າ; ສອງຝ່າຍເຫັນດີເປັນເອກະພາບ ຜັດປ່ຽນກັນເປັນເຈົ້າພາບຈັດພິທີພົບປະແລກປ່ຽນບົດຮຽນ 02 ປີ/ຄັ້ງ, ນອກນັ້ນ ສອງຝ່າຍຍັງສາມາດຈັດຕັ້ງການຢ້ຽມ ຢາມ ແລະ ເຮັດວຽກຢ່າງບໍ່ເປັນທາງການ ໃນກໍລະນີມີຄວາມຈໍາເປັນ; ພິທີພົບປະຄັ້ງຕໍ່ໄປຈະຈັດຂຶ້ນຢູ່ແຂວງກວາງຈິ ໃນປີ 2025, ສ່ວນວັນເວລາລະອຽດ ສອງຝ່າຍຈະໄດ້ປຶກສາຫາລື, ເປັນເອກະພາບຮ່ວມກັນ ແລະ ລາຍງານໃຫ້ກັນຊາບໂດຍຜ່ານພະແນກການຕ່າງປະເທດສອງແຂວງ.
(ຂ່າວ: ນາງ ຄັດສອນ ຮຸ່ງສະຫວ່າງ; ພາບ: ທ່ານ ດີລຳພົນ ພົມມະຈັນ)