ສະພາແຫ່ງຊາດ ຕ້ອນຮັບການທັດສະນະສຶກສາ ຂອງນັກເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ

ກ.ພ. 23, 2023

(ສພຊ) ໃນວັນທີ 22 ກຸມພາ 2023 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ນັກເຝິກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ ຊຸດທີ XV ຂອງມະຫາວິທະຍາໄລແຫ່ງຊາດ ໄດ້ມາທັດສະນະສຶກສາທີ່ສະພາແຫ່ງຊາດ ຈຳນວນ 170 ສະຫາຍ.
ທັງນີ້, ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ທີ່ເປັນເປົ້າໝາຍກໍ່ສ້າງ ເປັນພະນັກງານນຳພາຫຼັກແຫຼ່ງ ໄດ້ເຊື່ອມຊຶມແນວທາງປ່ຽນແປງໃໝ່, ກຳແໜ້ນແນວທາງການເມືອງຂອງພັກ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ.
ການທັດສະນະສຶກສາໃນຄັ້ງນີ້, ບັນດານັກເຝິກອົບຮົມ ໄດ້ຮັບຟັງການແນະນຳກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດໂດຍຫຍໍ້ ຈາກສະຫາຍ ອຳໄພ ຈິດມານົນ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານກຳມາທິການກົດໝາຍ; ພ້ອມນັ້ນ, ກໍໄດ້ມີຖາມ-ຕອບ ແລະ ສົນທະນາແລກປ່ຽນໃນຈຸດທີ່ນັກເຝິກອົບຮົມໃຫ້ຄວາມສົນໃຈ; ຈາກນັ້ນ, ຍັງໄດ້ເຂົ້າຢ້ຽມຊົມຕຶກອາຄານຫໍສະພາແຫ່ງຊາດຕື່ມອີກ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)