ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ບ້ານ ດົງໃຕ້ ເມືອງທ່າແຂກ.

ກ.ພ. 11, 2023

ໃນວັນທີ 11 ກຸມພາ 2023 ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກທີ 12 ແຂວງຄໍາມ່ວນ ຊຸດທີ IX  ແລະ ຄະນະສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ບ້ານ ດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ.

  ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ໂຖງຢົງເຫີງ ຜູ້ອໍານວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ແລະ ພະນັກງານພາຍໃນບໍລິສັດດັ່ງກ່າວ ໂອກາດນີ້ ທ່ານ ປະທານສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍຄະນະ ກໍ່ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບໂດຍລວມ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ບໍລິສັດດັ່ງກ່າວເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ, ຜະລິດຕະພັນເກືອໂປຕາສຂອງບໍລິສັດ ສົ່ງອອກຈໍາໜ່າຍຢູ່ຫລາຍປະເທດເຊັ່ນ: ຈີນ, ຫວຽດນາມ, ອິນໂດເນເຊຍ, ໄທ, ມາເລເຊຍ, ອິນເດຍ, ນິວຊີແລນ, ຍີ່ປຸ່ນເປັນຕົ້ນ. ການພັດທະນາຂອງບໍລິສັດເປັນຜູ້ສະໜອງເກືອໂປຕາສລະດັບສາກົນ, ເພື່ອສະໜອງເກືອໂປຕາສຄຸນນະພາບສູງໃຫ້ແກ່ການຜະລິດກະເສດຂອງເອເຊຍ ແລະ ຂອງໂລກ. ເຊິ່ງບໍລິສັດໄດ້ຊຸກຍູ້ການສ້າງວຽກເຮັດງານທໍາແກ່ທ້ອງຖິ່ນ, ໄດ້ຈັດຕັ້ງຫຼາກຫຼາຍກິດຈະກໍາ ວັດທະນະທໍາວິສາຫະກິດ, ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ, ເພື່ອພ້ອມກັນພະຍາຍາມສູ້ຊົນບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ.

  ພ້ອມນັ້ນ, ທ່ານປະທານ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບ້ານຊຽງແຫວ ເມືອງທ່າແຂກ ທີ່ບໍລິສັດຊີໂນ – ອາກຣີ ໂປຕາສ ຈຳກັດຊ່ວຍພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນບ້ານດັ່ງກ່າວ ແລະ ໄດ້ຮັບຟັງລາຍລະອຽດຂອງແຜນດໍາເນີນງານເພື່ອສຶກສາໂຄງການ ພັດທະນາ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ຈາກຕາງໜ້າບໍລິສັດຊີໂນ – ອາກຣີ ໂປຕາສ ຈຳກັດ ໂດຍແຜນພັດທະນາບັນດາໂຄງການຕ່າງໆຄື: ໂຄງການປູກຝັງ, ໂຄງການລ້ຽງສັດ, ໂຄງການຈັດຫາງານ ແລະ ໂຄງການພັດທະນາການທ່ອງທ່ຽວ ບົນພື້ນຖານອີງໃສ່ເງື່ອນໄຂທ່າແຮງ ແລະ ຈຸດພິເສດພູມສັນຖານຂອງບ້ານ.

   ໃນຕອນທ້າຍ ທ່ານບຸນມີ ພິມມະສອນ ໄດ້ມີຄໍາເຫັນໂອ້ລົມ ແລະ ສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດ ໂຄງການລົງທຶນຕາມກົດໝາຍກໍານົດ; ເອົາໃຈໃສ່ການປະຕິບັດພັນທະຕາມກົດໝາຍກໍານົດ ກໍຄື ໃຫ້ຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນ ຜົນປະໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ຄຽງຄູ່ກັນນັ້ນ ເອົາໃຈໃສ່ວຽກງານການປົກປັກຮັກສາ ສິ່ງແວດລ້ອມທໍາມະຊາດ, ເນື່ອງຈາກວ່າ ການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ ຊຶ່ງອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຄຸນນະພາບຂອງປະຊາຊົນໃນການດໍາລົງຊີວິດ, ພ້ອມນັ້ນທ່ານຍັງໄດ້ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດ ຊີໂນ – ອາກຣີໂປຕາສ ຈຳກັດ ໃນນາມນັກລົງທຶນຕ່າງປະເທດ ທີ່ໄດ້ກໍານົດແຜນດໍາເນີນງານໂຄງການເພື່ອຈະຊ່ວຍເຫຼືອພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານ ຊຽງແຫວນໃຫ້ມີຊີວິດດີຂື້ນ ແລະ ຈະກາຍເປັນບ້ານພັດທະນາຕົວແບບໃນຕໍ່ໜ້າ, ທັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນອົງການຈັດຕັ້ງບ້ານ ແລະ ພໍ່, ແມ່ ປະຊາຊົນ ຈົ່ງສາມັກຄີກັນ ເອົາໃຈໃສ່ໃຫ້ການສະໜັບສະໜູນ ແລະ ມີສ່ວນຮ່ວມເຂົ້າໃນການພັດທະນາ ຊີວິດການເປັນຢູ່ ຮ່ວມກັບບໍລິສັດໃນການພັດທະນາບ້ານຊ່ອງຂອງຕົນເອງໃຫ້ມີຄວາມຈະເລີນກ້າວໜ້າ.

ໂດຍ: ເອື້ອ ມະໂນສິງ.