ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ທ.ວ. 26, 2022

(ສພຊ) ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມພິທີປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ 2022 ເຊິ່ງງານດັ່ງກ່າວ ໄດ້ເລີ່ມມາແຕ່ວັນທີ 13 ທັນວາ 2022 ແລະ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 22 ທັນວາ 2022 ໂດຍມີບັນດາທ່ານການນໍາພັກ-ລັດຂັ້ນສູງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ມີການແຂ່ງຂັນທັງໝົດ 25 ປະເພດກິລາ, ຊິງຫຼຽນທັງໝົດ 2.500 ກວ່າຫຼຽນ, ມີທັບນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງ ເຂົ້າຮ່ວມ. ຜ່ານການແຂ່ງຂັນທັງໝົດ 25 ປະເພດກິລາ ແຂວງຊຽງຂວາງ ເຈົ້າພາບເປັນເຈົ້າຫຼຽນຄຳ ເປັນອັນດັບ 1 ຂອງຕາຕະລາງສະຫຼຸບຫຼຽນ ສາມາດຍາດໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ, 95 ຫຼຽນທອງ, ລວມ 217 ຫຼຽນ, ອັນດັບທີ 2 ນະຄອນຫຼວງວຽງຈັນ ໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ, 97 ຫຼຽນທອງ, ລວມ 206 ຫຼຽນ ແລະ ອັນດັບທີ 3 ກະຊວງປ້ອງກັນປະເທດ ໄດ້ 51 ຫຼຽນຄຳ, 49 ຫຼຽນເງິນ, 36 ຫຼຽນທອງ, ລວມ 136 ຫຼຽນ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ກ່າວປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງ ເປັນທາງການ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຄະນະຈັດງານກິລາ, ຄະນະກໍາມະການ, ຄະນະນັກກິລາ, ຄູເຝິກ ທີ່ໄດ້ສຸມທຸກກຳລັງແຮງ ປະກອບສ່ວນເຮັດໃຫ້ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ດໍາເນີນໄປດ້ວຍດີ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ.
ໃນຕອນທ້າຍ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ນະຄອນຫຼວງວຽງຈັນ ຂຶ້ນຮັບທຸງກິລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ, ພ້ອມທັງເຊີນຊວນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັນມີສ່ວນຮ່ວມ ກໍຄື ພ້ອມກັນກະກຽມຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ, ຄາດວ່າຈະຈັດຂຶ້ນໃນປີ 2025 ທີ່ຈະມາເຖິງນີ້.