ຮັບຟັງການລາຍງານ ສະພາບທີ່ພົ້ນເດັ່ນຂອງພະແນກການຂົງເຂດເສດຖະກິດ ຕໍ່ຄະນະປະຈໍາສະພາປະຊາຊົນແແຂວງ.

ພ.ຈ. 15, 2022

ຕອນເຊົ້າຂອງວັນພະຫັດທີ 10 ພະຈິກ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ, ບັນດາພະແນກການກ່ຽວຂ້ອງຂົງເຂດເສດຖະກິດ ໄດ້ເຂົ້າລາຍງານສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ຕໍ່ຄະນະປະຈໍາສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ, ຕາງໜ້າຈາກທະນາຄານ ແລະ ພະນັກງານຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານ ສະພາບພົ້ນເດັ່ນ, ຂໍ້ສະດວກ – ຂໍ້ຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຂອງຂົງເຂດເສດຖະກິດໃນໄລຍະຜ່ານມາຕາມຄໍາຖາມເຈາະຈີ້ມ ແລະ ມີຄໍາສະເໜີເພື່ອເປັນການແລກປ່ຽນຄໍາຄິດເຫັນ, ເຊິ່ງປະກອບມີ: ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກໂຍທາທິການແລະຂົນ ສົ່ງ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກອຸດສາຫະ ກຳ ແລະ ການຄ້າ ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດ ຕາມມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ, ເລກທີ 139, ສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ຫຼື ບໍ່, ຍັງຄາດໝາຍໃດທີ່ຍັງບໍ່ບັນລຸ ແລະ ຈະສືບຕໍ່ໃຫ້ສໍາເລັດ, ສາເຫດບໍ່ບັນລຸຍ້ອນຫຍັງ? ແລະ ໄດຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດ ບັນດາວຽກທີ່ພົ້ນເດັ່ນເຊັ່ນ ການຄຸ້ມຄອງເງິນຕາ, ການແລກປ່ຽນເງິນຕາ ແລະ ມີມາດຕະການຕໍ່ຜູ້ລະ ເມີດທີ່ແລກປ່ຽນເງິນຕາຊະຊາຍ ແລະ ແລກປ່ຽນເງິນສູງກວ່າທີ່ທາງທະນາຄານກຳນົດ ມາຮອດປັດຈຸບັນໄດ້ຈັດຕັ້ງປະຕິບັດຄືແນວໃດ, ມີຂໍ້ຫຍຸ້ງຍາກຄືແນວໃດ? ເຊິ່ງຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວ ປະຈຳພາກເໜືອແຂວງອຸດົມໄຊລາຍງານ. ພາຍຫຼັງບັນດາພະແນກການ ໄດ້ລາຍງານແລ້ວ ສສຊ-ສສຂ ຍັງໄດ້ມີບາງຄໍາຖາມເຈາະຈີ້ມເພີ່ມຕື່ມອີກຈໍານວນໜຶ່ງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ຊີ້ແຈງຕໍ່ຄໍາເຈາະຈີ້ມດັ່ງກ່າວ ຕາມຄວາມຮັບຜິດຊອບຂອງຕົນ ຢ່າງກົງໄປກົງມາ.
ຈຸດປະສົງກໍ່ເພື່ອເປັນການເກັບກໍາຂໍ້ມູນ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອດຕັ້ງທີ 04 ໃນການເຂົ້າຮ່ວມ ແລະ ມີຄໍາເຫັນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.
ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນເພີ່ມຕື່ມ ຕໍ່ຄະນະຮັບຜິດຊອບ ຈົ່ງຮີບຮ້ອນສັງລວມບັນດາເນື້ອໃນ, ບັນດາຄໍາສະເໜີຕ່າງໆ, ປັບປຸງ ແລະ ສົ່ງບົດລາຍງານດັ່ງກ່າວຢ່າງເປັນລາຍລັກອັກສອນໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ທັນຕາມກໍານົກເວລາ.
ພາບ/ຂ່າວ: ແສງພອນ ອິນນະລົງ.