ມູນນິທິ ພັດທະນາ ລ້ານຊ້າງ-ແມ່ຂອງ ມອບເຄື່ອງໃຫ້ສະພາແຫ່ງຊາດ

ພ.ຈ. 29, 2026

(ສພຊ) – ວັນທີ 27 ພະຈິກ 2026 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກມູນນິທິ ພັດທະນາ ລ້ານຊ້າງ-ແມ່ຂອງ (Lancang-Mekong Development Foundation) ໃຫ້ແກ່ສະພາແຫ່ງຊາດ ປະກອບມີ: ເຄື່ອງນຸ່ງຫົ່ມ ຈຳນວນ 36 ແກັດ ເພື່ອສົມທົບຊ່ວຍເຫຼືອຜູ້ຂາດແຄນ ແລະ ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະ ຄອມພິວເຕີ ຍີ່ຫໍ້ Lenovo ຈຳນວນ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານຫ້ອງການ, ລວມມູນຄ່າ 75 ລ້ານກວ່າກີບ; ຕາງໜ້າມອບໂດຍທ່ານ ນາງ ພູຄຳ ວົງວິຈິດ ປະທານມູນນິທິ ພັດທະນາ ລ້ານຊ້າງ-ແມ່ຂອງ ແລະ ຕາງໜ້າຮັບໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.


‎ໃນພິທີ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຕໍ່ມູນນິທິ ພັດທະນາ ລ້ານຊ້າງ-ແມ່ຂອງ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ວຽກງານຂອງສະພາແຫ່ງຊາດ ກໍຄືປະຊາຊົນລາວຜູ້ທຸກຍາກຂາດແຄນຢູ່ເຂດຫ່າງໄກສອກຫຼີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວໄປນຳໃຊ້ ແລະ ຈັດສັນສົ່ງມອບໃຫ້ເຖິງມືປະຊາຊົນຢ່າງທົ່ວເຖິງ. ໂອກາດດຽວກັນນີ້, ສະພາແຫ່ງຊາດ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ມູນນິທິ ເພື່ອເປັນການຈາລຶກບຸນຄຸນ ແລະ ຍ້ອງຍໍສັນລະເສີນຕໍ່ການປະກອບສ່ວນຊ່ວຍເຫຼືອສັງຄົມໃນຄັ້ງນີ້ອີກດ້ວຍ.
‎ ‎                       (ນາງ ປາກາລັກ ພົມມີໄຊ)