#ມອບ-ຮັບ ອຸປະກອນ ໄອທີ

ພ.ຈ. 25, 2026

       ພະແນກອຸດສະຫະກໍາ ແລະ ການຄ້າແຂວງ ຕາໜ້າບໍລິສັດອິມແພັກ ອິນເນີຈີ້ ເອເຊຍ ລີມີເຕັດ ມອບອຸປະກອນ ໄອທີ ປະເພດໂນ໊ດບຸກ ຈໍານວນ 01 ເຄື່ອງ ແລະ ເຄື່ອງພິມສີ ຈໍານວນ 01 ເຄື່ອງ ລວມມູນຄ່າ 14 ລ້າກວ່າກີບ ໃຫ້ແກ່ສະພາປະຊາຊົນ ເພື່ອອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ພາຍໃນສະພາປະຊາຊົນແຂວງ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ.        ພິທີມອບ-ຮັບ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ 2026 ນີ້, ທີ່ສະໂມສອນສະພາປະຊາຊົນແຂວງ ຕາງໜ້າມອບໂດຍ ທ່ານ ລໍາພັນ ແກ້ວມະຫາໄຊ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ແລະ ກ່າວຮັບໂດຍທ່ານ ສຸພົນ ໄຊສະຫງ່າ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະນໍາ ສະພາປະຊາຊົນແຂວງ, ຄະນະພະແນກອຸດສະຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.       ໃນໂອກາດດັ່ງກ່າວ, ທ່ານ ສຸພົນ ໄຊສະຫງ່າ ໄດ້ສະແດງຄວາມຂອບໃຈມາຍັງຄະນະພະແນກອຸດສະຫະກໍາ ແລະ ການຄ້າແຂວງ ກໍຄືບໍລິສັດອິມແພັກ ອິນເນີຈີ້ ເອເຊຍ ລີມີເຕັດ ທີ່ໄດ້ເອົາໃຈໃສ່ ແລະ ເຫັນໄດ້ເຖິງຄວາມສຳຄັນໃນການສະໜອງອຸປະກອນໄອທີ ໃຫ້ແກ່ສະພາປະຊາຊົນແຂວງ ຊຶ່ງເປັນການສະໜັບສະໜູນດ້ານວັດຖຸ ອຸປະກອນ ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ ແລະ ຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.

#ໂດຍ: ນາລີວັນ.