(ສພຊ) – ຕອນບ່າຍວັນທີ 23 ພະຈິກນີ້ ທີ່ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ໄດ້ມີກອງປະຊຸມປະຈຳປີ 2026 ຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13; ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 13; ມີທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ (ຄປຂ) ພ້ອມດ້ວຍບັນດາທ່ານຄະນະປະຈຳພັກແຂວງ, ຄະນະປະຈໍາ ສພຂ, ຮອງປະທານ ຄປຂ, ເລຂາພັກນະຄອນ, ພະແນກການອ້ອມຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ຕະຫຼອດໄລຍະ 10 ເດືອນຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ ໃນລັດຖະທໍາມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍໃນຫຼາຍດ້ານຢ່າງຕັ້ງໜ້າ. ທ່ານຍັງຮຽກຮ້ອງ ສສຊ ປະຈໍາເຂດເລືອກຕັ້ງ ຈົ່ງໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ, ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິບັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ພາວະວິໄສ, ມີເຫດມີຜົນແທດເໝາະກັບຕົວຈິງ ບົນພື້ນຖານສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຕາມເງື່ອນໄຂຕົວຈິງຂອງປະເທດເຮົາ ກໍຄືແຂວງສະຫວັນນະເຂດ; ພ້ອມກັນນັ້ນ, ກໍຕ້ອງໄດ້ຊອກຫາວິທີການ, ມາດຕະການແກ້ໄຂຢ່າງສອດຄ່ອງ ແລະ ສ້າງຄວາມເປັນເອກະພາບສູງຕໍ່ກັບເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ດ້ວຍປະສິດທິພາບ ແລະ ປະສິດທິຜົນສູງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ສະບັບເລກທີ 277/ຄປຈ, ລົງວັນທີ 23 ຕຸລາ 2026; ລາຍງານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13; ລາຍງານຄືນກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະບັບເລກທີ 03/ຄສຊຂ, ລົງວັນທີ 17 ມັງກອນ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດການຈັດສັນ ແລະ ການຄຸ້ມຄອງ 3 ປະເພດປ່າ ພາຍໃນແຂວງສະຫວັນນະເຂດ. ຈາກນັ້ນ, ບັນດາທ່ານຜູ້ແທນໄດ້ພ້ອມກັນປະກອບຄໍາເຫັນໃສ່ຮ່າງບົດລາຍງານຢ່າງມີຈຸດສຸມ, ກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ; ພ້ອມນັ້ນ, ກໍໄດ້ຮັບຟັງການສະເໜີຮ່າງມະຕິກອງປະຊຸມ ວ່າດ້ວຍການຮັບຮອງເອົາບົດລາຍງານ ແລະ ຮັບຮອງເອົາຢ່າງເປັນທາງການ.
(ນາງ ສຸພາວັນ ຫອມສະນິດ)
ກອງປະຊຸມປະຈຳປີຂອງຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 13
