ສ້າງຄວາມເຂັ້ມແຂງວຽກງານການເງິນ ໃຫ້ຜູ້ປະສານງານພາຍໃນ ສພຊ

ພ.ຈ. 23, 2026

       (ສພຊ) – ກອງປະຊຸມສ້າງຄວາມເຂັ້ມແຂງທາງດ້ານວິຊາການວຽກງານການເງິນ ກ່ຽວກັບລະບຽບການເງິນຂອງລັດ ແລະ ອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ ໃຫ້ແກ່ຜູ້ປະສານງານພາຍໃນສະພາແຫ່ງຊາດ (ສພຊ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-21 ພະຈິກ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະ ແນກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສພຊ ພ້ອມດ້ວຍວິທະຍາກອນຈາກ ສພຊ ແລະ ກະຊວງການເງິນ ເຂົ້າຮ່ວມ 90 ກວ່າທ່ານ.
       ທ່ານ ບຸນທັນ ບຸນວິໄລ ໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມສາມາດໃຫ້ແກ່ຜູ້ປະສານງານພາຍໃນສະພາແຫ່ງຊາດ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບລະບຽບການເງິນຂອງລັດ ແລະ ອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງ ສພຊ ແນໃສ່ເຮັດໃຫ້ການປະຕິບັດວຽກງານຕົວຈິງມີປະສິດທິຜົນ ແລະ ມີຜົນສໍາເລັດດີຂຶ້ນ.
       ກອງປະຊຸມໄດ້ຮັບຟັງການແນະນໍາການສ້າງແຜນງົບປະມານປະຈໍາປີ, ແຜນໄລຍະກາງ ແລະ ແຜນງົບປະມານ 5 ປີ; ລະບຽບການກວດຜ່ານເອກະສານຂອງຄັງເງິນແຫ່ງລັດ; ການນໍາໃຊ້ລະບົບການສື່ສານພາກລັດ G-Chat + Lao AI ເຂົ້າໃນການປະຕິບັດໜ້າທີ່ວຽກງານ; ລະບຽບການນໍາໃຊ້ງົບປະມານຂອງອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມງານຂອງສະພາແຫ່ງຊາດ; ຂັ້ນຕອນການປະສານງານເພື່ອຈັດຕັ້ງປະຕິບັດກິດຈະກຳທີ່ນຳໃຊ້ງົບປະມານຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ; ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2026; ການສ້າງແຜນງົບປະມານຮັບໃຊ້ກອງປະຊຸມສໍາມະນາ.
       ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຮັບຟັງ, ປະກອບຄໍາເຫັນ, ແລກປ່ຽນບົດຮຽນທິດສະດີ ແລະ ສົມທຽບໃສ່ກັບການປະຕິບັດວຽກງານຕົວຈິງຂອງຕົນ ຕໍ່ບັນດາເນື້ອໃນທີ່ນໍາມາສະເໜີ ຢ່າງຟົດຟື້ນ, ສ້າງສັນ.
                                       (ນາງ ອານິຕາ ມ່ວນສະຫວັດ)