(ສພຊ) – ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ທີ່ນະຄອນຫຼວງມະນິລາ, ສາທາລະນະລັດຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບບັນດາລັດຖະສະພາປະເທດອາຊຽນ ແລະ ປະເທດສັງເກດການ ຄື: ບຣູໄນ ດາຣູຊາລາມ, ຟີລິບປິນ, ມາເລເຊຍ, ແອັດສະປາຍ, ມາຣົກ.
ການພົບປະດັ່ງກ່າວ ເປັນການເສີມຂະຫຍາຍການຮ່ວມມືລະຫວ່າງລັດຖະສະພາຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດສັງເກດການ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງຊຸກຍູ້ຄວາມພະຍາຍາມຮ່ວມກັນເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ມີສັນຕິພາບ, ຄວາມວັດທະນາຖາວອນ ແລະ ຖືເອົາປະຊາຊົນເປັນໃຈກາງ.

