ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມຫາລືໃນຂອບກອງປະຊຸມ AIPA

ພ.ຈ. 20, 2026

        ‎​(ສພຊ) – ວັນທີ 19 ພະຈິກ 2026 ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆ ໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ເຊິ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດ ໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດິຈິຕອນ ລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມ ໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດ ພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ ໄດ້ຄົ້ນຄວ້າວຽກງານພາຍໃນຂອງ AIPA ແລະ ກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາ ຕີມໍ-ແລັດສະເຕ ເຂົ້າເປັນສະມາຊິກສົມບູນລຳດັບທີ 11.​
‎ ‎​        ກອງປະຊຸມສະມາຊິກລັດຖະສະພາເພດຍິງ (WAIPA) ແລະ ສະມາຊິກລັດຖະສະພາໜຸ່ມ (YPA) ໄດ້ສຸມໃສ່ການສົ່ງເສີມບົດບາດຂອງແມ່ຍິງໃນການນຳພາ ຄຽງຄູ່ກັບການຊຸກຍູ້ຊາວໜຸ່ມໃຫ້ມີສ່ວນຮ່ວມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ,​ ກອງປະຊຸມຮ່ວມກັບບັນດາປະເທດສັງເກດການ ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແບ່ງກຸ່ມເຂົ້າຮ່ວມປະຊຸມກັບລັດຖະສະພາປະເທດສັງເກດການ ເພື່ອຮ່ວມກັນປຶກສາຫາລື, ແລກປ່ຽນບົດຮຽນ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານລັດຖະສະພາ, ການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ ລວມທັງການຮັບມືກັບສິ່ງທ້າທາຍລະດັບພາກພື້ນ ແລະ ສາກົນ.​
        ‎ ‎ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອຮັບປະກັນຜົນປະໂຫຍດລວມຂອງພາກພື້ນ ກໍຄືປະຊາຊົນລາວ ແລະ ປະຊາຄົມອາຊຽນ.