(ສພຊ) – ໃນໂອກາດນໍາພາຄະນະ ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຄັ້ງທີ XIII ຢູ່ປະເທດຫວຽດນາມ ໃນລະຫວ່າງ 13-17 ພະຈິກຜ່ານມາ, ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ໃຫ້ສໍາພາດກ່ຽວກັບການຕີລາຄາບັນດາໝາກຜົນຂອງການຮ່ວມມືລະຫວ່າງສອງ ຫສຊ ລາວ-ຫວຽດນາມ ວ່າ: ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ຟົດຟື້ນ, ເຕັມໄປດ້ວຍນໍ້າໃຈມິດຕະພາບ, ສາມັກຄີ, ສະໜິດສະໜົມ ນີ້ແມ່ນໂອກາດສຳຄັນທີ່ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນບົດຮຽນໃນຫຼາຍຂົງເຂດແບບຈິງຈັງ ແລະ ຈິງໃຈ; ພ້ອມກັນນັ້ນ, ກໍເປັນການເພີ່ມທະວີ ຄວາມເຂົ້າໃຈ, ຄວາມສາມັກຄີ, ໃກ້ຊິດສະໜິດສະໜົມ ລະຫວ່າງພະນັກກງານ-ລັດຖະກອນແຕ່ລະຮຸ່ນຂອງສອງຫ້ອງວ່າການສະພາແຫ່ງຊາດ.
ຜ່ານການເຂົ້າຮ່ວມກອງປະຊຸມ, ທັງສອງຝ່າຍບໍ່ພຽງໄດ້ແລກປ່ຽນບົດຮຽນຕົວຈິງເທົ່ານັ້ນ, ແຕ່ຍັງໄດ້ຮ່ວມກັນຍົກໃຫ້ເຫັນເຖິງບັນຫາທີ່ເກີດຂຶ້ນໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ, ວຽກງານເສນາທິການ, ການຮັບໃຊ້ວຽກງານຕ່າງໆຂອງສະພາແຫ່ງຊາດ (ສພຊ), ຈາກນັ້ນ ຈຶ່ງໄດ້ແລກ ປ່ຽນ ແລະ ຊອກຫາວິທີແກ້ໄຂທີ່ເໝາະສົມ ແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິພາບປະສິດທິຜົນ ຂອງວຽກງານໃນໄລຍະໃໝ່. ນອກນີ້, ທ່ານຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ສົ່ງເສີມການຮ່ວມມືດ້ານວິຊາການ ໂດຍສະເພາະແມ່ນການຫັນເປັນດິຈິຕອນ, ການພັດທະນາຊັບພະຍາກອນມະນຸດ ແລະ ຍົກສູງຄຸນນະພາບຂອງວຽກງານເສນາທິການຮັບໃຊ້ ສພຊ, ຈາກນັ້ນ ຈຶ່ງນໍາເອົາການພົວພັນຮ່ວມມືລະຫວ່າງສອງຫ້ອງວ່າການນັບວັນຍິ່ງກ້າວສູ່ລວງເລິກ, ແທດເໝາະຕົວຈິງ ແລະ ມີປະສິດທິພາບປະສິດທິຜົນຫຼາຍຂຶ້ນ ເຊິ່ງໃນໄລຍະຜ່ານມາ, ຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຮັກສາມູນເຊື້ອການປະສານງານຢ່າງແໜ້ນແຟ້ນ, ເປັນປົກກະຕິ, ຮ່ວມກັນຄົ້ນຄວ້າ ແລະ ສ້າງແຜນການ, ເນື້ອໃນ ແລະ ໂຄງການຮ່ວມມື, ສ້າງເງື່ອນໄຂອຳນວຍໃຫ້ການພົວພັນຮ່ວມມືລະຫວ່າງສອງຫ້ອງວ່າການນັບວັນຍິ່ງກວ້າງ ຂວາງ ແລະ ເລິກເຊິ່ງກວ່າເກົ່າ. ໜຶ່ງໃນຜົນສຳເລັດທີ່ໂດດເດັ່ນແມ່ນການປະສານງານໃນວຽກງານເສນາທິການ, ການແລກປ່ຽນຄະນະຢ້ຽມຢາມ, ເຮັດວຽກຮ່ວມກັນ ແລະ ຕ້ອນຮັບບັນດາຄະນະຜູ້ແທນຂັ້ນສູງ ກໍຄືຄະນະວິຊາການຂອງອົງການນິຕິບັນຍັດທັງສອງປະເທດ; ໃນໄລຍະປີ 2024-2026, ສະພາແຫ່ງຊາດລາວ ໄດ້ແຕ່ງຕັ້ງຄະນະຜູ້ແທນຈຳນວນ 9 ຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ.ຫວຽດນາມ, ສະພາແຫ່ງຊາດຫວຽດນາມ ກໍໄດ້ແຕ່ງຕັ້ງຄະນະຜູ້ແທນຈຳນວນ 4 ຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເຊິ່ງບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການແລກປ່ຽນ, ການປະສານງານ ແລະ ການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງ ສພຊ.
ນອກນີ້, ສອງຫ້ອງວ່າການສະພາແຫ່ງຊາດ ຍັງໄດ້ປະສານຈັດຕັ້ງເຄື່ອນໄຫວບັນດາກິດຈະກໍາທີ່ມີຄວາມໝາຍສໍາຄັນເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 50 ປີ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ລວມທັງການເປີດຕົວປຶ້ມ “50 ປີ ແຫ່ງປະຫວັດສາດການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ຫວຽດນາມ” ແລະ ງານວາງສະແດງ ຮູບພາບກ່ຽວກັບການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ. ຄຽງຄູ່ກັນນັ້ນ, ສອງຝ່າຍຍັງໄດ້ຈັດກອງປະຊຸມສໍາມະນາ, ໂຄງການຝຶກອົບຮົມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການຄົ້ນຄວ້າກ່ຽວກັບວຽກງານນິຕິບັນຍັດ, ວຽກງານຕິດຕາມກວດກາ; ປະສານສົມທົບໃນການບໍາລຸງສ້າງ, ຍົກລະດັບພະນັກງານ, ຍົກສູງທັກສະວິຊາສະເພາະ ແລະ ຄວາມສາມາດດ້ານພາສາຕ່າງປະເທດ ພິເສດ, ການຝຶກອົບຮົມພາສາຫວຽດນາມໃຫ້ແກ່ພະນັກງານຂອງ ສພຊ ລາວ; ການແລກປ່ຽນບົດຮຽນໃນການຄຸ້ມຄອງ, ບຳລຸງຮັກສາ ແລະ ການນໍາໃຊ້ຕຶກ ສພຊ ໄດ້ນໍາມາສູ່ໝາກຜົນທີ່ແທ້ຈິງ. ສອງ ຫສຊ ຍັງໄດ້ປະສານງານ ແລະ ສະໜັບສະໜູນເຊິ່ງກັນແລະກັນຢ່າງຕັ້ງໜ້າ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: IPU, AIPA, APF, ASEP, APPF… ດັ່ງນັ້ນ, ຈຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍປະສິດທິພາບປະສິດທິຜົນຂອງການເຂົ້າຮ່ວມວຽກງານລັດຖະສະພາຫຼາຍຝ່າຍຂອງແຕ່ລະປະເທດ. ເຊິ່ງສາມາດຢືນຢັນໄດ້ວ່າ ຜົນສຳເລັດໃນໄລຍະທີ່ຜ່ານມາ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ທ່ານ ບຸນຈັນ ສີວົງພັນ ຍັງໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການຫັນເປັນດິຈິຕອນ, ການນຳໃຊ້ປັນຍາປະດິດ ຫຼື ເອໄອ, ວຽກງານກົງຈັກການຈັດຕັ້ງ ແລະ ຍົກສູງຄຸນນະພາບວຽກງານເສນາທິການ, ການຮັບໃຊ້ວຽກງານສະພາແຫ່ງຊາດ ເຊິ່ງເປັນບົດຮຽນທີ່ມີປະໂຫຍດ ແລະ ເປັນແຫຼ່ງຂໍ້ມູນທີ່ມີຄວາມສໍາຄັນຫຼາຍສຳລັບຫ້ອງວ່າການສະພາແຫ່ງຊາດລາວ ເພື່ອໄດ້ສຶກສາ, ເຊື່ອມຊຶມ ແລະ ນຳໃຊ້ຢ່າງເໝາະສົມກັບເງື່ອນໄຂຕົວຈິງ; ພິເສດ, ບົດຮຽນກ່ຽວກັບການນຳໃຊ້ເຕັກໂນໂລຊີ, ເອໄອ ແລະ ການຍົກສູງປະສິດທິພາບການຄຸ້ມຄອງ ແລະ ການນໍາໃຊ້ ແມ່ນມີຄຸນຄ່າສໍາຄັນຫຼາຍໃນສະພາບການທີ່ມີຄວາມຕ້ອງການປ່ຽນແປງໃໝ່ວຽກງານ ສພຊ. ການຍົກສູງຄຸນນະພາບຂອງວຽກເສນາທິການ ແລະ ການຮັບໃຊ້ວຽກງານຂອງແຕ່ລະອົງການ ຕ້ອງບໍ່ຢຸດຢັ້ງການປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ການເຄື່ອນໄຫວຢ່າງຕໍ່ເນື່ອງ; ສຸມໃສ່ພັດທະນາຊັບພະຍາກອນມະນຸດ; ເພີ່ມທະວີການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ຫັນເປັນດິຈິຕອນ ເຊິ່ງການຮັບເອົາບັນດາບົດຮຽນທີ່ເໝາະສົມ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການປ່ຽນແປງໃໝ່ວິທີການເຮັດວຽກ, ຍົກສູງຄວາມສາມາດຂອງພະນັກງານ-ລັດຖະກອນ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນຍຸກສະໄໝໃໝ່ຂອງການຫັນເປັນນະວັດຕະກຳໃໝ່ ແລະ ເຕັກໂນໂລຊີທີ່ທັນສະໄໝ.
ນອກນີ້, ໃນໄລຍະຕໍ່ໜ້າ, ໂດຍອີງໃສ່ໝາກຜົນການຮ່ວມມືທີ່ບັນລຸໄດ້ໃນຜ່ານມາ, ຫ້ອງວ່າການສະພາແຫ່ງຊາດລາວ ຈະສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງສອງຝ່າຍ ທີ່ໄດ້ລົງນາມໃນປີ 2022 ຢ່າງມີປະສິດທິພາບ; ພ້ອມກັນນັ້ນ, ຈະໄດ້ຫັນເປັນລະອຽດບັນດາເນື້ອໃນທີ່ໄດ້ແລກປ່ຽນ ແລະ ປຶກສາຫາລືໃນກອງປະຊຸມຄັ້ງນີ້ ໃຫ້ເປັນແຜນການ, ແຜນງານ ການຮ່ວມມືແທດເໝາະຕົວຈິງ ແລະ ໜຶ່ງໜ້າວຽກທີ່ສຳຄັນໃນຕໍ່ໜ້າ ແມ່ນການປະສານງານການຈັດກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027, ໃນນັ້ນ ມີວາລະການເຄື່ອນໄຫວທັດສະນະສຶກສາ, ຄົ້ນຄວ້າຕົວຈິງຢູ່ບັນດາສະຖານທີ່ປະຫວັດສາດ, ກອງປະຊຸມວິຊາການ ແລະ ງານວາງສະແດງຮູບພາບກ່ຽວກັບການເຄື່ອນໄຫວຂອງສອງສະພາແຫ່ງຊາດ ແລະ ສອງຝ່າຍຍັງຈະໄດ້ສືບຕໍ່ປັບປຸງເນື້ອໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ທີ່ຈະໝົດອາຍຸໃນປີ 2027; ສືບຕໍ່ຍູ້ແຮງການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ, ການຝຶກອົບຮົມພະນັກງານ, ການພັດທະນາຫ້ອງມູນເຊື້ອ, ຫ້ອງສະໝຸດ ແລະ ຂົງເຂດວິຊາສະເພາະອື່ນໆ. ນອກນີ້, ກໍຍັງໄດ້ເພີ່ມທະວີການຮ່ວມມືໂດຍກົງ, ລົງສູ່ລວງເລິກລະຫວ່າງບັນດາກົມເສນາທິການຂອງສອງຫ້ອງວ່າການ ແລະ ບັນດາກຳມາທິການຂອງ ສພຊ ສອງປະເທດ; ພ້ອມກັນນັ້ນ, ກໍຍັງຈະສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນ ໄຫວຢູ່ເວທີກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ, ຮັກສາມູນເຊື້ອໃນການຈັດກອງປະຊຸມ, ການແລກປ່ຽນບົດຮຽນ ແລະ ການແລກປ່ຽນວັດທະນະທຳ, ສິລະປະ ແລະ ກິລາ. ອີກເນື້ອໃນໜຶ່ງທີ່ມີຄວາມສໍາຄັນຍາວນານ ແມ່ນການເພີ່ມທະວີການມີສ່ວນຮ່ວມຂອງບັນດາພະນັກງານທັງສາມຮຸ່ນຄົນຄື: ອາວຸໂສ, ກາງ ແລະ ໜຸ່ມ ເພື່ອເປັນການສ້າງຄວາມຕໍ່ເນື່ອງ, ສະໜິດສະໜົມ ແລະ ການພັດທະນາຢ່າງຕໍ່ເນື່ອງໃນການພົວພັນຮ່ວມມືລະ ຫວ່າງສອງຫ້ອງວ່າການ.
ໃນຕອນທ້າຍ, ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ຄະນະນຳສະພາແຫ່ງຊາດຫວຽດນາມ, ພິເສດແມ່ນສະຫາຍ ໂດ໋ ວັນ ຈຽນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ທີ່ເຂົ້າຮ່ວມ ແລະ ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມແລກປ່ຽນບົດຮຽນຄັ້ງນີ້; ຂອບໃຈຢ່າງສູງຕໍ່ສະຫາຍ ເລ ກວາງ ແໝ້ງ ກໍາມະການສູນກາງພັກ, ເລຂາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ພະນັກງານ-ລັດຖະກອນຝ່າຍຫວຽດນາມທຸກທ່ານ ທີ່ໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກຮອບດ້ານ ໃຫ້ກອງປະຊຸມແລກປ່ຽນບົດຮຽນສາມາດດຳເນີນໄປດ້ວຍດີ ແລະ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ຫວັງຢ່າງຍິ່ງວ່າການຮ່ວມມືຮອບດ້ານລະຫວ່າງສອງ ຫສຊ ລາວ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ການສືບທອດ ແລະ ສົ່ງເສີມມູນເຊື້ອອັນດີງາມທີ່ບັນດາການນໍາ, ພະນັກງານ-ລັດຖກອນຮຸ່ນຕ່າງໆຂອງທັງສອງຝ່າຍໄດ້ສ້າງຂຶ້ນພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງການນຳ ສພຊ ທັງສອງປະເທດ ແລະ ຄວາມພະຍາຍາມຂອງແຕ່ລະຝ່າຍ, ການຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ໃນຫຼາຍດ້ານ, ນັບວັນຍິ່ງແທດເໝາະກັບສະພາບຕົວຈິງ, ມີປະສິດທິພາບ ແລະ ກ້າວສູ່ລວງເລິກຢ່າງແທ້ຈິງ, ເປັນການປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ.

